• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກມອບໃບຈາລຶກຄຸນງາມຄວາມດີ,ຖະຫວາຍທູບທຽນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ

ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2018). ຕອນຄ່ຳວັນທີ 26 ກໍລະກົດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເທດສະບານເມືອງເຊີນໄຕ, ຮ່າໂນ້ຍ


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີໄດ້ປະຕິບັດພິທີຖະຫວາຍດອກໄມ້, ຈູດທູບທຽນອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ

(ພາບ: VGP)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມລາຍການຖ່າຍທອດສົດທາງໂທລະພາບ: ພິທີມອບໃບຢັ້ງຢືນຈາລຶກຄຸນງາມຄວາມດີ ແລະ ເປີດຕົວປະຕູຖານຂໍ້ມູນຂ່າວເອເລັກໂຕນິກກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ (ດ້ວຍລະຫັດ: www.thongtinlietsi.gov.vn).

        ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາຜູ້ແທນເຂົ້າຮ່ວມພິທີໄດ້ປະຕິບັດພິທີຖະຫວາຍດອກໄມ້, ຈູດທູບທຽນອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເທດສະບານເມືອງເຊີນໄຕ.

        ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ເຈືອງມິງຈິງ ໄດ້ມອບໃບຢັ້ງຢືນຈາລຶກຄຸນງາມຄວາມດີ ໃຫ້ 30 ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ໂດຍຕາງໜ້າໃຫ້ແກ່ 442 ຄອບຄົວທີ່ໄດ້ຮັບໃບຢັ້ງຢຶນດັ່ງກ່າວເນື່ອງໃນໂອກາດນີ້.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ກົດປຸ່ມເປີດຕົວປະຕູຖານຂໍ້ມູນຂ່າວເອເລກໂຕນິກກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ.

        “ໂດຍຕາງໜ້າໃຫ້ພັກ, ລັດ ແລະ ແນວໂຮມປະເທດຊາດຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງເຖິງບັນດາຍາດຕິພີ່ນ້ອງຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ໃນມື້ນີ້ທີ່ໄດ້ຮັບໃບຢັ້ງຢືນຈາລຶກຄຸນງາມຄວາມດີພາຍຫຼັງລໍຄອຍມາເປັນເວລາຫຼາຍປີ. ພວກເຮົາໄດ້ມານະພະຍາຍາມບັນລຸໄດ້ໝາກຜົນຫຼາຍຢ່າງ, ແຕ່ບໍ່ໄດ້ຢຸດຢູ່ພຽງແຕ່ເທົ່ານັ້ນ, ຫາກຍັງຕ້ອງມານະພະຍາຍາມຫຼາຍກວ່າອີກ ເພື່ອໃຫ້ຜູ້ມີຄຸນງາມຄວາມດີໄດ້ຮັບການເຊີດຊູຢ່າງເໝາະສົມ, ເພື່ໃຫ້ຊີວິດທາງດ້ານວັດຖຸ, ຈິດໃຈຂອງຜູ້ມີຄຸນງາມຄວາມດີ, ຍາດຕິພີ່ນ້ອງຜູ້ມີຄຸນງາມຄວາມດີນັບມື້ນັບດີງາມກວ່າ.”

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top