• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີລາວເປັນປະທານຮ່ວມກອງປະຊຸມຄັ້ງທີ 39 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສ​ປ​ປ.ລາວ ທອງ​ລຸນ ສີ​ສຸ​ລິດ
(ພາບ​ປະ​ກອບ: 
baochinhphu.vn)
      ວັນ​ທີ 07/02, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສ​ປ​ປ.ລາວ ທອງ​ລຸນ ສີ​ສຸ​ລິດ ໄດ້​ນ​ຳ​ໜ້າ​ຄະ​ນະ​ຜູ້​ແທນ​ລາວ ມ​າ​ຫວຽດ​ນາມ ເຂົ້າ​ຮ່ວມ ແລະ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 39 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ ເຊິ່ງ​​ຈັດ​ຕັ້ງ​ຢູ່​ຮ່າ​ໂນ້ຍ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ.
        2 ຝ່າຍ​ໄດ້​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 39 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ ຢູ່​ຮ່າ​ໂນ້ຍ, ເພື່ອ​ແນ​ໃສ່​ສືບ​ຕໍ່​ຢືນ​ຢັນ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ແມ່ນ​ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢ່າງບໍ່​ຢຸດ​ຢັ້ງ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງ 2 ປະ​ເທດ, ​ເຫັນ​ດີເປັນ​ເອ​ກະ​ພາບ​ຊີ້ິ້​ນຳ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ, ຊຸກ​ຍູ​້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃຫ້​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top