• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຮ້ອງ​ ລາວ ​​ໄດ້ເຂົ້າ​ຮອບ​ຊິງ​ຊະ​ນະ​ເລີດ“ງານ​ປະ​ກວດ ສຽງເພງອາ​ຊຽນ +3” ປີ 2019

ຕອນຄ່ຳວັນທີ 27 ກໍລະກົດ, ຢູ່ຫໍວາງແຜນ, ງານຕະຫຼາດນັດ ແລະ ງານວາງສະແດງ ນະຄອນຮະລອງ, ແຂວງກ໋ວາງນິງ ໄດ້ດຳເນີນ ຮອບຮອງຊະນະເລີດ “ງານປະກວດ ສຽງເພງອາຊຽນ +3” ປີ 2019, ໂດຍວິທະຍຸກະຈາຍສຽງ ຫວຽດນາມ ແລະ ແຂວງກ໋ວາງນິງໄດ້ສົມທົບກັນຈັດຕັ້ງຂຶ້ນ.

ນັກຮ້ອງ Soukthavy Southammavong ມາຈາກປະເທດລາວ 

ເຂົ້າຮ່ວມລາຍການດັ່ງກ່າວມີການນຳວິທະຍຸກະຈາຍສຽງ ຫວຽດນາມ, ການນຳແຂວງກ໋ວາງນິງ, ບັນດາຜູ້ຕາງໜ້າບັນດາປະເທດ ອາຊຽນ, ແລະ ຊາວນະຄອນ ຮະລອງເປັນຈຳນວນຫຼວງຫຼາຍ. ຮອບຮອງຊະນະເລີດເປັນງານມະໂຫລານດົນຕີທີ່ເຕັມໄປດ້ວຍສິສັນ, ດ້ວຍ 22 ລາຍການທີ່ໄດ້ຮັບການກະກຽມຢ່າງພິຖິພິຖັນຂອງ ນັກຮ້ອງ 22 ຄົນທີ່ມາຈາກ 10 ປະເທດ ອາຊຽນ. ສ່ວນຫຼາຍແມ່ນບັນດາບົດເພງລ້ວນແຕ່ມີເນື້ອໃນເຊີດຊູຄວາມຮັກແພງບ້ານເກີດເມືອງນອນ, ປະເທດຊາດ, ປະຊາຊົນເຊິ່ງບັນດານັກຮ້ອງຢາກສົ່ງໄປເຖິງຜູ້ຊົມຜູ້ຟັງຂອງບັນດາປະເທດ ອາຊຽນ. ເພື່ອນ ຟານວັນລຶກ, ຜູ້ຊົມຢູ່ຮະລອງໃຫ້ຮູ້ວ່າ:

         ບັນດາລາຍການປີນີ້ໄດ້ຮັບການລົງທຶນຢ່າງລະອຽດ, ແລະບັນດານັກຮ້ອງກໍ່ໄດ້ຮ້ອງອອກມາຈາກຫົວໃຈຂອງຕົນ, ດັ່ງນັ້ນຂ້າພະເຈົ້າເຫັນວ່າທຸກລາຍການລ້ວນແຕ່ເປັນໜ້າເບີ່ງໜ້າຊົມ. ນອກຈາກສຽງດົນຕີແລ້ວ, ໄຟແສງສີກໍ່ໄດ້ລົງທຶນເປັນຢ່າງດີ. ບົດເພງທີ່ນ້ອງຮູ້ສຶກປະທັບໃຈທີ່ສຸດແມ່ນບົດເພງ “Listen” ຂອງນັກຮ້ອງ Rosani ມາຈາກ ມາເລເຊຍ.

        ພາຍຫຼັງ ເຮັດວຽກມາເປັນເວລາ3 ຊົ່ວໂມງ, ຄະນະກຳມະການງານປະກວດລວມມີບັນດານັກດົນຕີ, ນັກຮ້ອງທີ່ມີຊື່ສຽງຂອງ ຫວຽດນາມ, ໄທ, ຟິລິບປິນ ແລະ ອິນໂດເນເຊຍໄດ້ຄັດເລື້ອກເອົາ ຜູ້ເຂົ້າປະກວດດີເດັ່ນ 10 ຄົນ ຜ່ານເຂົ້າ ຮອບຊິງຊະນະເລີດ “ງານປະກວດ ສຽງເພງ ອາຊຽນ +3” ຄື: ນັກຮ້ອງ Aicelle (ຟີລິບປິນ), ເຈິນຮົ່ງຍຸງ (ຫວຽດນາມ), Rosario Ninih Chamini Biani (ມາເລເຊຍ), Olivia Christina (ອິນໂດເນເຊຍ), Eint Chit (ມຽນມາ), Sateanpong Klantang (ໄທ), Mohd Naqib Hafizuddin Bun Zulfikri (ບຣູໄນ), Ng Zhen Long Desmond (ສິງກະໂປ), Soukthavy Southammavong (ລາວ), Y Marineth (ກຳປູເຈຍ).

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top