• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຮຽນ​ປະ​ຖົມ​ ຫວຽດ​ນາມ ນອນ​ໃນ top ອັນ​ດັບ​ທີ​ໜຶ່ງໂຄງ​ການ​ຕີ​ລາ​ຄາ​ໝາກ​ຜົນ​ການ​ຮຽນ​ຢູ່ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້

SEA-PLM ສົກປີ 2024 ມີ 7 ປະເທດເຂົ້າຮ່ວມລວມມີ: ກຳປູເຈຍ, ຕີມໍແລັດສະເຕ, ລາວ, ມຽນມາ, ມາເລເຊຍ, ຟີລິບປິນ ແລະ ຫວຽດນາມ.
ພາບປະກອບ: TTXVN

ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃຫ້ຮູ້ວ່າ ໂຄງການຕີລາຄາໝາກຜົນການຮຽນຂອງນັກຮຽນຂັ້ນປະຖົມຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ (SEA-PLM)  ສົກປີ 2024, ນັກຮຽນຂັ້ນປະຖົມ ຫວຽດນາມ ສືບຕໍ່ນອນໃນ top ອັນດັບທີໜຶ່ງຢູ່ທັງສາມຂົງເຂດຄະນິດສາດ, ອ່ານເຂົ້າໃຈ ແລະ ຂຽນ. ໝາກຜົນລະອຽດກ່ຽວກັບຄະແນນ ແລະ ການຈັດອັນດັບຈະໄດ້ປະກາດໃນທ້າຍປີນີ້.

SEA-PLM ສົກປີ 2024 ມີ 7 ປະເທດເຂົ້າຮ່ວມລວມມີ: ກຳປູເຈຍ, ຕີມໍແລັດສະເຕ, ລາວ, ມຽນມາ, ມາເລເຊຍ, ຟີລິບປິນ ແລະ ຫວຽດນາມ. ຢູ່ສົກປີນີ້, ຫວຽດນາມ ໄດ້ຜັນຂະຫຍາຍສຳເລັດການສຳຫຼວດທົດລອງປີ 2023 ຢູ່ 30 ຮາກຖານການສຶກສາຂັ້ນປະຖົມຂຶ້ນກັບ 9 ແຂວງ, ນະຄອນ ແລະ ການສຳຫຼວດທາງການປີ 2024 ຢູ່ 152 ຮາກຖານການສຶກສາຂັ້ນປະຖົມຂຶ້ນກັບ 53/63 ແຂວງ, ນະຄອນ.

ໂຄງການ SEA-PLM ເພື່ອແນໃສ່ຕີລາຄາລະດັບນັກຮຽນຂັ້ນປະຖົມທີ່ຕອບສະໜອງເປົ້າໝາຍໂຄງການສຶກສາຢູ່ບັນດາປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນໃນຂົງເຂດອ່ານເຂົ້າໃຈ, ຂຽນ, ຄະນິດສາດ ແລະ ພົນລະເຮືອນທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ ແລະ ທ່ານ​ເລ​ຂາ​ທິ​ການ​ຫຍ່ ເລຢວນ ຢູ່​ສະ​ຫະ​ພັນ ລັດ​ເຊຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ ແລະ ທ່ານ​ເລ​ຂາ​ທິ​ການ​ຫຍ່ ເລຢວນ ຢູ່​ສະ​ຫະ​ພັນ ລັດ​ເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກົ້ມຫົວໜຶ່ງນາທີ ອາໄລຫາປະທານໂຮ່ຈີມິນ.

Top