• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ທຸ​ລະ​ກິດ​ຮັກ​ສາ​ຄວາມ​ໝັ້ນ​ໃຈ, ຍົກ​ສູງ​ຈິດ​ໃຈ​ສາ​ມັກ​ຄີ, ເພິ່ນ​ຕົນ​ເອງ,ສ້າງ​ຄວາມ​ເຂັ້ມ​ແຂງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກດ້ວຍ​ຕົນ​ເອງ

ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ສະມາຄົມນັກທຸລະກິດ, ສະຫະຄົມ ວິສາຫະກິດ ພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແກ້ໄຂຄວາມຫຍຸ້ງຍາກ, ຟື້ນຟູໂດຍໄວ, ພັດທະນາແບບຍືນຍົງ.

ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ສະມາຄົມນັກທຸລະກິດ, ສະຫະຄົມ ວິສາຫະກິດ ພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແກ້ໄຂຄວາມຫຍຸ້ງຍາກ, ຟື້ນຟູໂດຍໄວ, ພັດທະນາແບບຍືນຍົງ.

   

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 11 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມລະຫວ່າງນາຍົກລັດຖະມົນຕີ ກັບວິສາຫະກິດ ດ້ວຍຫົວຂໍ້ “ເປັນເຈົ້າການໃນການຮັບມື, ຟື້ນຟູໄວ ແລະ ພັດທະນາຍືນຍົງ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນເປົ້າໝາຍຂອງ ຫວຽດນາມ ແມ່ນຮັກສາເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ, ຮັບປະກັນຄວາມສົມດູນໃຫຍ່, ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງຄວາມສາມາດໃນການແກ້ງແຍ້ງຂອງປະເທດຊາດ, ສ້າງລັດຖະບານດີຈີຕອນ, ສັງຄົມດີຈີຕອນ, ພົນລະເມືອງ ດີຈີຕອນ, ຍູ້ແຮງການຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງວິສາຫະກິດໄດ້ຢ່າງທັນການ, ຊຸກຍູ້ການປ່ອຍເງິນລົງທຶນພາກລັດ, ຊຸກຍູ້ການປ່ຽນແປງໃໝ່ເຕັກໂນໂລຢີ, ຫັນເປັນດີຈີຕອນໃນວິສາຫະກິດ, ຍົກສູງຄຸນນະພາບແຮງງານ ແລະ ກຳລັງຄວາມສາມາດແກ້ງແຍ້ງຂອງພື້ນຖານເສດຖະກິດ, ຍູ້ແຮງວຽກງານສ້າງຍຸດທະສາດຂະແໜງການ, ວາງແຜນກຳນົດ, ການລົງທຶນກໍ່ສ້າງພື້ນຖານໂຄງລ່າງເສດຖະກິດ - ສັງຄົມ, ສ້າງຄວາມສະດວກ ແລະ ຄວາມເຊື່ອໝັ້ນໃຫ້ແກ່ວິສາຫະກິດສ້າງການກຳນົດທິດການລົງທຶນ, ຜະລິດ, ດຳເນີນທຸລະກິດໄລຍະຍາວ ແລະ ຍືນຍົງ.

ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ສະມາຄົມນັກທຸລະກິດ, ສະຫະຄົມ ວິສາຫະກິດ ພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແກ້ໄຂຄວາມຫຍຸ້ງຍາກ, ຟື້ນຟູໂດຍໄວ, ພັດທະນາແບບຍືນຍົງ. ເປັນເຈົ້າການໃນການປ່ຽນແປງໃໝ່ຮູບແບບຜະລິດດຳເນີນທຸລະກິດ, ສ້າງໂຄງປະກອບວິສາຫະກິດຄືນໃໝ່ເຊິ່ງຕິດພັນກັບການຫັນເປັນດີຈີຕອນ, ປ່ຽນແປງໃໝ່ ປະດິດຄິດສ້າງເພື່ອຊອກຫາກາລະໂອກາດໃນສິ່ງທ້າທາຍ, ລົງທຶນໃສ່ເຕັກໂນໂລຢີ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ລະດັບການຄຸ້ມຄອງ ແລະ ບໍລິຫານວິສາຫະກິດໃຫ້ຫຼາຍກ່ວາອີກ, ສ້າງມາດຖານຄຸນຄ່າໃໝ່, ເອົາໃຈໃສ່ຮັບໃຊ້ປະຊາຊົນ ແລະ ຄວາມຕ້ອງການພາຍໃນປະເທດຫຼາຍກ່ວາອີກ, ເປີດກວ້າງຕະຫຼາດ, ມຸ່ງໄປເຖິງການເຂົ້າຮ່ວມລະບົບມູນຄ່າທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ ​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIII ຢ່າງ​ສົມ​ກຽດ

ໄຂ​ກອງ​ປະ​ຊຸມ​ ​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIII ຢ່າງ​ສົມ​ກຽດ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ຈະພິຈາລະນາ, ຕັດສິນຫຼາຍບັນຫາສຳຄັນຍິ່ງ, ມີຄວາມໝາຍສຳຄັນທີ່ສຸດ.

Top