• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຊ່ຽວ​ຊານ ສິງ​ກະ​ໂປ: ຈຸດ​ພົ້ນ​ເດັ່ນ​ພິ​ເສດ​ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ຈີນ

ຫວຽດນາມ ແລະ ຈີນ ຕ້ອງມີບັນດາກິດຈະກຳ, ໂຄງການໃຫຍ່ທີ່ມີລັກສະນະສັນຍາລັກ, ລື່ນກາຍຄວາມຄາດຕັ້ງຫວັງເພື່ອເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ, ຄຳໝັ້ນສັນຍາທີ່ຍາວນານ ແລະ ພ້ອມກັນເດີນໄປສູ່ວັດທະນາຖາວອນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານ ເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ (ພາບ: TTXVN)

ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແມ່ນຈຸດພົ້ນເດັ່ນພິເສດ, ດຶງດູດຄວາມສົນໃຈທີ່ໃຫຍ່ຫຼວງຂອງປະຊາຄົມສາກົນ. ຫວຽດນາມ ແລະ ຈີນ ຕ້ອງມີບັນດາກິດຈະກຳ, ໂຄງການໃຫຍ່ທີ່ມີລັກສະນະສັນຍາລັກ, ລື່ນກາຍຄວາມຄາດຕັ້ງຫວັງເພື່ອເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ, ຄຳໝັ້ນສັນຍາທີ່ຍາວນານ ແລະ ພ້ອມກັນເດີນໄປສູ່ວັດທະນາຖາວອນ. ນັ້ນແມ່ນຂໍ້ສັງເກດຂອງທ່ານ ງູມິງຈຽງ ນັກຊ່ຽວຊານ ໂຮງຮຽນນະໂຍບາຍພາກລັດ ຫຼີກວາງຢູ ຂຶ້ນກັບມະຫາວິທະຍາໄລ ແຫ່ງຊາດ ສິງກະໂປ.

ຕາມທ່ານ ງູມິງຈຽງ ແລ້ວ, ແຜນການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມມີຄວາມໝາຍເລິກເຊິ່ງ, ເລີ່ມແຕ່ກ໋ວາງຕຸ້ງ, ກວາງໂຈ ໄປຮອດປັກກິ່ງ. ສິ່ງນີ້ສະແດງໃຫ້ເຫັນການພົວພັນລະຫວ່າງສອງປະເທດໄດ້ສ້າງຕັ້ງຂຶ້ນບົນການເສຍສະຫຼະຂອງນັກປະຕິວັດລຸ້ນກ່ອນ, ດັ່ງນັ້ນຕ້ອງປົກປັກຮັກສາຄວາມບໍລິສຸດຜຸດຜ່ອງ, ຄວາມສຸດຈິດສຸດໃຈ ພ້ອມກັນຮ່ວມມືໃນອະນາຄົດ. ເມື່ອຕີລາຄາກ່ຽວກັບໝາກຜົນຂອງການຢ້ຽມຢາມຄັ້ງນີ້, ທ່ານ ງູມິງຈຽງ ໃຫ້ຂໍ້ສັງເກດວ່າ ໝາກຜົນໃຫຍ່ທີ່ສຸດຂອງການຢ້ຽມຢາມຄັ້ງນີ້ແມ່ນວິໄສທັດລວມທີ່ເລິກເຊິ່ງທີ່ສຸດ ວ່າ ຫວຽດນາມ ແລະ ຈີນຈະພ້ອມກັນໄປສູ່ວັດທະນາຖາວອນ ໃນ 2 – 3 ທົດສະວັດຈະມາເຖິງ ແລະ ແມ່ນແບບຢ່າງດີໃນໂລກກ່ຽວກັບເລື່ອງສອງປະເທດຜ່ານຜ່າບັນດາຄວາມແຕກຕ່າງກັນເພື່ອສ້າງອະນາຄົດທີ່ສົດໃສ ໃຫ້ແກ່ແຕ່ລະປະເທດ, ກໍ່ຄືໃຫ້ທັງພາກພື້ນ ແລະ ໂລກ.    

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແມັງ​ເໝີ້ນ ສະ​ເໜີ​ໃຫ້​ສອງ​ຝ່າຍ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ ໂດຍ​ສະ​ເພາະ​ແມ່ນ​ຮ່ວມ​ມື​ດ້ານ​ລົດ​ໄຟ.

Top