• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຊ່ຽວ​ຊານ​ສາ​ກົນ​ວາງ​ອອກຫຼາຍ​ຄາດ​ຫວັງ​ກ່ຽວ​ກັບ​ສູນ​ການ​ເງິນ​ສາ​ກົນ​ຢູ່ ດ່າ​ໜັງ

IFC ດ່າໜັງ ໄດ້ສົມທົບກັບເຂດການຄ້າເສລີ ດ່າໜັງ ຢູ່ບ່ອນທີ່ມີສິ່ງແວດລ້ອມແຫ່ງການດຳລົງຊີວິດ, ແລະເຮັດວຽກດີທີສຸດນັ້ນ ຈະແມ່ນປັດໄຈສຳຄັນດຶງດູດຫຼາຍນັກລົງທຶນ, ກາຍເປັນກຳລັງໜູນພັດທະນາບຸກທະລຸໃຫ້ແກ່ ດ່າໜັງ ໃນໄລຍະຈະມາເຖິງ.
ທ່ານ Oscar Njuguna, ຜູ້ອຳນວຍການຄະນະສະມາຊິກ IFC ດ່າໜັງ (ພາບ: TTXVN)

ສູນການເງິນສາກົນ ຫວຽດນາມ ປະຈຳ ດ່າໜັງ (IFC ດ່າໜັງ) ໄດ້ເປີດຕົວຢ່າງເປັນທາງການ ແລະ ພວມໄດ້ຮັບການຕີລາຄາສູງຈາກບັນດານັກຊ່ຽວຊານສາກົນ ຍ້ອນບັນດາທ່າໄດ້ປຽບຈຳເພາະ. ບັນດານັກຊ່ຽວຊານ ເຊື່ອໝັ້ນວ່າ IFC ດ່າໜັງ ຈະພັດທະນາແບບຍືນຍົງ, ປະກອບສ່ວນຍົກສູງຖານະບົດບາດຂອງ ຫວຽດນາມ ໃນແຜນທີ່ການເງິນພາກພື້ນ ແລະ ສາກົນ, ສ້າງກຳລັງໜູນພັດທະນາໃໝ່ໃຫ້ແກ່ນະຄອນ. ທ່ານ Ali Ijaz Ahmad, ປະທານທັງເປັນຜູ້ອຳນວຍການໃຫຍ່ Makara Capital Partners (ສິງກະໂປ), ໄດ້ແບ່ງປັນວ່າ: IFC ດ່າໜັງ ໄດ້ສົມທົບກັບເຂດການຄ້າເສລີ ດ່າໜັງ ຢູ່ບ່ອນທີ່ມີສິ່ງແວດລ້ອມແຫ່ງການດຳລົງຊີວິດ, ແລະເຮັດວຽກດີທີສຸດນັ້ນ ຈະແມ່ນປັດໄຈສຳຄັນດຶງດູດຫຼາຍນັກລົງທຶນ, ກາຍເປັນກຳລັງໜູນພັດທະນາບຸກທະລຸໃຫ້ແກ່ ດ່າໜັງ ໃນໄລຍະຈະມາເຖິງ.

ໃນຂະນະນັ້ນ, ທ່ານ Oscar Njuguna, ຜູ້ອຳນວຍການຄະນະສະມາຊິກ IFC ດ່າໜັງ ໃຫ້ຮູ້ວ່າ ທ່ານ ເຂົ້າຮ່ວມ IFC ດ່າໜັງ ເພາະເຫັນໄດ້ກຳລັງບົ່ມຊ້ອນ ແລະ ໂອກາດພັດທະນາຢ່າງໃຫຍ່ຫຼວງຂອງສູນການເງິນນີ້ໃນອະນາຄົດ. ຫວຽດນາມ ແມ່ນປະເທດທີ່ພວມພັດທະນາໄວທີ່ສຸດ, ມີຊື່ສຽງກ່ຽວກັບການປ່ຽນແປງໃໝ່ຢ່າງແຮງໃນວິທະຍາສາດ - ເຕັກໂນໂລຢີ, ບັນດາຂົງເຂດ fintech  (ການເງິນເຕັກໂນໂລຢີ), ການເງິນສີຂຽວ… IFC ດ່າໜັງ ຈະແມ່ນບ່ອນທີ່ບັນດານັກຊ່ຽວຊານແຖວໜ້າໃນໂລກຢາກມາດຳລົງຊີວິດ ແລະ ເຮັດວຽກ. ນີ້ແມ່ນໂອກາດເພື່ອໃຫ້ IFC ດ່າໜັງ ສາມາດຮັບສະໝັກຜູ້ເກັ່ງກ້າສາມາດໃນບັນດາຂົງເຂດ fintech, ການເງິນສີຂຽວ, ນະວັດຕະກຳ.

(ແຫຼ່ງຄັດຈາກ VOV)

ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

ກ່ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ໜັງສືພິມ ປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງບົດຂຽນໃນສື່ສິ່ງພິມເອເລັກໂຕນິກ, ດ້ວຍຫົວຂໍ້ “ການຮ່ວມມື ລາວ - ຫວຽດນາມ ບັນລຸໄດ້ຜົນສຳເລັດອັນສຳຄັນຫຼາຍດ້ານ”.

Top