IFC ດ່າໜັງ ໄດ້ສົມທົບກັບເຂດການຄ້າເສລີ ດ່າໜັງ ຢູ່ບ່ອນທີ່ມີສິ່ງແວດລ້ອມແຫ່ງການດຳລົງຊີວິດ, ແລະເຮັດວຽກດີທີສຸດນັ້ນ ຈະແມ່ນປັດໄຈສຳຄັນດຶງດູດຫຼາຍນັກລົງທຶນ, ກາຍເປັນກຳລັງໜູນພັດທະນາບຸກທະລຸໃຫ້ແກ່ ດ່າໜັງ ໃນໄລຍະຈະມາເຖິງ.
ທ່ານ Oscar Njuguna, ຜູ້ອຳນວຍການຄະນະສະມາຊິກ IFC ດ່າໜັງ (ພາບ: TTXVN)
ສູນການເງິນສາກົນ ຫວຽດນາມ ປະຈຳ ດ່າໜັງ (IFC ດ່າໜັງ) ໄດ້ເປີດຕົວຢ່າງເປັນທາງການ ແລະ ພວມໄດ້ຮັບການຕີລາຄາສູງຈາກບັນດານັກຊ່ຽວຊານສາກົນ ຍ້ອນບັນດາທ່າໄດ້ປຽບຈຳເພາະ. ບັນດານັກຊ່ຽວຊານ ເຊື່ອໝັ້ນວ່າ IFC ດ່າໜັງ ຈະພັດທະນາແບບຍືນຍົງ, ປະກອບສ່ວນຍົກສູງຖານະບົດບາດຂອງ ຫວຽດນາມ ໃນແຜນທີ່ການເງິນພາກພື້ນ ແລະ ສາກົນ, ສ້າງກຳລັງໜູນພັດທະນາໃໝ່ໃຫ້ແກ່ນະຄອນ. ທ່ານ Ali Ijaz Ahmad, ປະທານທັງເປັນຜູ້ອຳນວຍການໃຫຍ່ Makara Capital Partners (ສິງກະໂປ), ໄດ້ແບ່ງປັນວ່າ: IFC ດ່າໜັງ ໄດ້ສົມທົບກັບເຂດການຄ້າເສລີ ດ່າໜັງ ຢູ່ບ່ອນທີ່ມີສິ່ງແວດລ້ອມແຫ່ງການດຳລົງຊີວິດ, ແລະເຮັດວຽກດີທີສຸດນັ້ນ ຈະແມ່ນປັດໄຈສຳຄັນດຶງດູດຫຼາຍນັກລົງທຶນ, ກາຍເປັນກຳລັງໜູນພັດທະນາບຸກທະລຸໃຫ້ແກ່ ດ່າໜັງ ໃນໄລຍະຈະມາເຖິງ.
ໃນຂະນະນັ້ນ, ທ່ານ Oscar Njuguna, ຜູ້ອຳນວຍການຄະນະສະມາຊິກ IFC ດ່າໜັງ ໃຫ້ຮູ້ວ່າ ທ່ານ ເຂົ້າຮ່ວມ IFC ດ່າໜັງ ເພາະເຫັນໄດ້ກຳລັງບົ່ມຊ້ອນ ແລະ ໂອກາດພັດທະນາຢ່າງໃຫຍ່ຫຼວງຂອງສູນການເງິນນີ້ໃນອະນາຄົດ. ຫວຽດນາມ ແມ່ນປະເທດທີ່ພວມພັດທະນາໄວທີ່ສຸດ, ມີຊື່ສຽງກ່ຽວກັບການປ່ຽນແປງໃໝ່ຢ່າງແຮງໃນວິທະຍາສາດ - ເຕັກໂນໂລຢີ, ບັນດາຂົງເຂດ fintech (ການເງິນເຕັກໂນໂລຢີ), ການເງິນສີຂຽວ… IFC ດ່າໜັງ ຈະແມ່ນບ່ອນທີ່ບັນດານັກຊ່ຽວຊານແຖວໜ້າໃນໂລກຢາກມາດຳລົງຊີວິດ ແລະ ເຮັດວຽກ. ນີ້ແມ່ນໂອກາດເພື່ອໃຫ້ IFC ດ່າໜັງ ສາມາດຮັບສະໝັກຜູ້ເກັ່ງກ້າສາມາດໃນບັນດາຂົງເຂດ fintech, ການເງິນສີຂຽວ, ນະວັດຕະກຳ.