• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຮຽນຮູ້ ອົດສະຕາລີ: ລັດຖະບານ ຫວຽດນາມ ມີການກະທຳຢ່າງຂ້ຽວຂາດ, ຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນ

ລະດັບເຕີບໂຕຂອງ ຫວຽດນາມ ໃນປີ 2024, ຄາດວ່າບັນລຸປະມານ 6,8 – 7% ຕາມກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ນີ້ແມ່ນລະດັບເຕີບໂຕຢືນຢູ່ແຖວໜ້າບັນດາປະເທດສະມາຊິກ ອາຊຽນ.
(ພາບປະກອບ: TTXVN)

ຫວຽດນາມ ມີລັດຖະບານທີ່ມີການກະທຳຢ່າງຂ້ຽວຂາດ, ຂະຫຍັນຂັນເຄື່ອນ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ສືບຕໍ່ມີການເຕີບໂຕຢ່າງແຮງໃນປີຕໍ່ໄປ. ນີ້ແມ່ນຂໍ້ສັງເກດຂອງທ່ານສາດສະດາຈານ ຈູຮ່ວາງລອງ, ຫົວໜ້າສູນຄົ້ນຄວ້ານະໂຍບາຍ ຫວຽດນາມ ຢູ່ ມະຫາວິທະຍາໄລ ອົດສະຕາລີ.

ຕາມທ່ານ ຈູຮ່ວາງລອງ ແລ້ວ, ລະດັບເຕີບໂຕຂອງ ຫວຽດນາມ ໃນປີ 2024, ຄາດວ່າບັນລຸປະມານ 6,8 – 7% ຕາມກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ນີ້ແມ່ນລະດັບເຕີບໂຕຢືນຢູ່ແຖວໜ້າບັນດາປະເທດສະມາຊິກ ອາຊຽນ. ດ້ວຍລະດັບເຕີບໂຕດັ່ງກ່າວ, ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດບັນລຸລະດັບການເຕີບໂຕຢ່າງແຮງທີ່ສຸດຢູ່ພາກພື້ນ ອາຊີ - ປາຊີຟິກ. ທ່ານຖືວ່າ, ໜຶ່ງໃນບັນດາສາຍເຫດຕົ້ນຕໍນຳມາເຊິ່ງໝາກຜົນດັ່ງກ່າວແມ່ນການບໍລິຫານຢ່າງຂ້ຽວຂາດ, ມີປະສິດທິຜົນຂອງລັດຖະບານ ຫວຽດນາມ.

ທ່ານ ຈູຮ່ວາງລອງ ໄດ້ຍົກໃຫ້ເຫັນ 3 ພື້ນຖານເພື່ອໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະສືບຕໍ່ບັນລຸທ່າເຕີບໂຕສູງໃນປີຕໍ່ໄປ. ທີ 1, ຫວຽດນາມ ພວມຢືນຢູ່ຕໍ່ໜ້າການປະຕິວັດຫັນກົງຈັດໃຫ້ກະທັດຮັດຄັ້ງໃຫຍ່ທີ່ສຸດນັບແຕ່ເມື່ອດຳເນີນການປ່ຽນແປງໃໝ່ໃນປີ 1986. ທີ 2, ຫວຽດນາມ ພວມມີແຫຼ່ງຊັບພະຍາກອນລ້ຳຄ່າທີ່ສຸດ ນັ້ນແມ່ນແຫຼ່ງຊັບພະຍາກອນມະນຸດຢ່າງຫຼວງຫຼາຍ, ຂະຫຍັນຂັນເຄື່ອນ, ຢູ່ໃນສັງຄົມທີ່ຍາມໃດກໍ່ເຊີດຊູການສຶກສາ ແລະ ນ້ຳໃຈຮັກຊາດ. ທີ 3 ແມ່ນ, ຫວຽດນາມ ພວມມານະພະຍາຍາມຍູ້ແຮງການພັດທະນາລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ.

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

“​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​” ທ້ອນ​ໂຮມ​ອັດ​ຖິ​​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ໄດ້ 3.080 ອັດຖິພາຍ​ຫຼັງ​ເວລາ 6 ເດືອນ​.

Top