• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຮຽນຮູ້ສາກົນຄັດຄ້ານ ຈີນ ລະເມີດເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ

      ກອງປະຊຸມສຳມະນາທະເລຕາເວັນອອກຄັ້ງທີ 9 ໄດ້ດຳເນີນໃນວັນທີ 24 ກໍລະກົດ ຢູ່ ວໍຊິງຕັນ, ປະເທດ ອາເມລິກາ ໂດຍໂຄງການອາຊີຕາເວັນອອກສ່ຽງໃຕ້ ແລະ ຂໍ້ລິເລີ່ມກະຈ່າງແຈ້ງໃນການເດີນທະເລ ອາຊີ (AMTI) ສັງກັດສະຖາບັນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS) ຈັດຕັ້ງ.

ກອງປະຊຸມສຳມະນາທະເລຕາເວັນອອກຄັ້ງທີ 9 ໄດ້ດຳເນີນໃນວັນທີ 24 ກໍລະກົດ ຢູ່ ວໍຊິງຕັນ, ປະເທດ ອາເມລິກາ
      ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມຂອງນັກຊ່ຽວຊານ, ນັກຮຽນຮູ້ແຖວໜ້າຫລາຍທ່ານຂອງບັນດາສະຖາບັນຄົ້ນຄວ້າໃຫຍ່ຂອງ ອາເມລິກາ, ອິນໂດເນເຊຍ, ໄທ, ຟີລິບປິນ, ນອກແວ, ອົດສະຕາລີ, ຈີນ, ມາເລເຊຍ ແລະ ຫວຽດນາມ. ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື 3 ເນື້ອໃນຕົ້ນຕໍ ເຊິ່ງລວມມີສະພາບການໃນປັດຈຸບັນຢູ່ທະເລຕາເວັນອອກ, ປະຫວັດສາດຂອງບັນດາຖະແຫຼງການກ່ຽວກັບອຳນາດອະທິປະໄຕຢູ່ທະເລຕາເວັນອອກ ແລະ ວິທີຄວບຄຸມການຂັດແຍ້ງກັນຢູ່ທະເລຕາເວັນອອກ. ຕາມນັກຊ່ຽວຊານຄົ້ນຄວ້າຫລາຍທ່ານແລ້ວ, ບັນດາການເຄື່ອນໄຫວສຳຫລວດທໍລະນີສາດຂອງ ຈີນ ໄດ້ລະເມີດເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ ຢູ່ຫາດດອນ ຕືຈິ໊ງ. ທ່ານ Bill Hayton, ນັກຊ່ຽວຊານແຖວໜ້າກ່ຽວກັບທະເລຕາເວັນອອກຂອງສະຖາບັນຄົ້ນຄວ້າສາກົນ ລາດຊະວົງ ອັງກິດ ໃຫ້ຮູ້ວ່າ:
        “ເປັນທີ່ຈະແຈ້ງແລ້ວວ່າ ນີ້ແມ່ນການລະເມີດເຂດເສດຖະກິດຈຳເພາະຂອງ ຫວຽດນາມ. ຕາມສົນທິສັນຍາກົດໝາຍວ່າດ້ວຍທະເລ, ຂ້າພະເຈົ້າບໍ່ເຫັນໄດ້ວ່າ ຕ້ອງມີສິ່ງໃດ ມາພິສູດໃຫ້ແກ່ບັນດາການເຄື່ອນໄຫວໃນປັດຈຸບັນຂອງ ຈີນ. ບັນຫາດຽວນີ້ແມ່ນ ຫວຽດນາມ ປະຕິກິລິຍາຄືແນວໃດ. ຫວຽດນາມ ມີຄົນທຸກສິດເພື່ອປົກປ້ອງເຂດເສດຖະກິດຈຳເພາະຂອງຕົນ. ຕາມສົນທິສັນຍາກົດໝາຍວ່າດ້ວຍທະເລ ແລະ ຄຳຕັດສິນຂອງສານປະຈຳໃນປີ 2016 ແລ້ວ ນີ້ແມ່ນເຂດທະເລຂຶ້ນກັບອະທິປະໄຕຂອງ ຫວຽດນາມ.
        ກໍ່ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ວັນທີ 25 ກໍລະກົດ, ທ່ານ Mike Gallagher ສະມາຊິກສະພາຕ່ຳພັກສາທາລະນະ ອາເມລິກາ ໄດ້ຂຽນລົງໃນສື່ສັງຄົມ Twitter ຂອງຕົນວ່າ ບັນດາການເຄື່ອນໄຫວທີ່ກໍ່ການທະເລາະວິວາດເພີ່ມຂຶ້ນຂອງ ຈີນ ຢູ່ທະເລຕາເວັນອອກ ແມ່ນບໍ່ສາມາດຍອມຮັບໄດ້. ທ່ານ Gallagher ກໍ່ຮຽກຮ້ອງໃຫ້ສະພາແຫ່ງຊາດ ອາເມລິກາ ຮັບຮອງເອົາຮ່າງກົດໝາຍສະບັບໜຶ່ງ ໂດຍທ່ານ ແລະ ທ່ານສະມາຊິກສະພາຕ່ຳ Jimmy Panetta ຮຽບຮຽງ ເພື່ອແນໃສ່ໝູນໃຊ້ບັນດາມາດຕະການລົງໂທດຕໍ່ເລື່ອງ ຈີນ ຫັນເປັນການທະຫານ ແລະ ບູລະນະຖົມດິນຢູ່ພາກພື້ນ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top