• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຖ່າຍຮູບ Nick Ut ມອບພາບຖ່າຍ “ເດັກຍິງ Napalm”ໃຫ້ຫໍພິພິທະພັນແມ່ຍິງຫວຽດນາມ

      ຕອນເຊົ້າວັນທີ 6/5, ຫໍພິພິທະພັນແມ່ຍິງຫວຽດນາມ ໄດ້ຮັບພາບຖ່າຍ ແລະ ວັດຖຸພັນ ໂດຍນັກຖ່າຍຮູບ Nick Ut ອະດີດນັກຂ່າວພາບຂອງ ສຳນັກຂ່າວສານ AP ຂອງອາເມລິກາ ມອບໃຫ້.
ເດັກຍິງ ກີມຟຸກ ຖືກດາດຍ້ອນລູກລະເບີດ Napalm
      ນັກຖ່າຍຮູບຄົນນີ້ໄດ້ມອບໃຫ້ຫໍພິພິທະພັນ ແມ່ຍິງຫວຽດນາມ ພາບຖ່າຍ 5 ແຜ່ນ, ໃນນັ້ນ ມີພາບຖ່າຍ ເດັກຍິງ ກີມຟຸກ ຖືກດາດຍ້ອນລູກລະເບີດ Napalm ເມື່ອວັນທີ 8/6/1972 ຢູ່ ຈ໋າງບາງ, ໄຕນີງ ແລະ ກ້ອງຖ່າຍຮູບໂດຍທ່ານນຳໃຊ້ໃນໄລຍະເປັນນັກຂ່າວພາບຢູ່ສະຫນາມຮົບຫວຽດນາມ. ພາບຖ່າຍ “ເດັກຍິງ Napalm” ໄດ້ສ່ອງແສງໃຫ້ເຫັນຄວາມນອງເລືອດ, ໂຫດຮ້າຍຂອງສົງຄາມບໍ່ເປັນທຳຂອງອາເມລິກາ ຢູ່ຫວຽດນາມ, ປ່ຽນແປງການສັງເກດຂອງໂລກກ່ຽວກັບສົງຄາມຫວຽດນາມ, ປຸກລຸກຂະບວນການຄັດຄ້ານສົງຄາມຢູ່ ອາເມລິກາ. ພາບຖ່າຍແຜ່ນນີ້ຖືກຈັດອັນດັບ 41 ໃນຈຳນວນພາບ 100 ແຜ່ນທີ່ມີຜົນສະທ້ອນທີ່ສຸດໃນສັດຕະວັດທີ 20. ພາບຖ່າຍດັ່ງກ່າວໄດ້ເຮັດໃຫ້ ເດັກຍິງ ກີມຟຸກໃນຄາວນັ້ນ ຈາກຜູ້ປະສົບເຄາະຮ້າຍຈາກສົງຄາມ ປະຈຸບັນ ກາຍເປັນທູດສັນຕິພາບ ຂອງສະຫະປະຊາຊາດ. 
 (ແຫຼ່ງຄັດຈາກ VOV)

ຍູ້ໄວຄວາມຄືບໜ້າການສ້າງຮ້ານວາງສະແດງຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025

ຍູ້ໄວຄວາມຄືບໜ້າການສ້າງຮ້ານວາງສະແດງຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025

ບັນດາສຳນັກງານ, ອົງການ, ວິສາຫະກິດດຳເນີນການສ້າງແຕ່ວັນທີ 17 ຕຸລາ 2025 ຖືກຕາມຄວາມຄືບໜ້າ, ຮັບປະກັນໃຫ້ສຳເລັດກ່ອນວັນທີ 22 ຕຸລາ 2025 ເພື່ອ ມອບໃຫ້ວິສາຫະກິດວາງສະແດງສິນຄ້າຮັບໃຊ້ການກວດກາຮອບສຸດທ້າຍໃນວັນທີ 24 ຕຸລາ 2025.

Top