• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຊ່ຽວຊານ ລັດເຊຍ ເຊີດຊູຫຼັກໝັ້ນຂອງ ຫວຽດນາມ ຕໍ່ບັນຫາທະເລຕາເວັນອອກ

ນັກຊານ Trofimchuk ໄດ້ເນັ້ນໜັກວ່າ ຫຼັກໝັ້ນບໍ່ປ່ຽນແປງ ແລະ ທັດສະນະ ແກ້ໄຂບັນຫາສັນຕິພາບ ບັນດາການຂັດແຍ້ງກັນຜ່ານການເຈລະຈາຢູ່ທະເລຕາເວັນອອກຂອງ ຫວຽດນາມ
  ລາຍການຂ່າວກ່ຽວກັບທະເລຕາເວັນອອກຂອງ ຊ່ອງຂ່າວ Avrova (ພາບ:Quang Vinh/TTXVN )  

ໃນລາຍການວິພາກວິຈານກ່ຽວກັບທະເລຕາເວັນອອກ ໂດຍຊ່ອງຂ່າວ Avrova ຈັດຕັ້ງຢູ່ນະຄອນຫຼວງ ມົດສະກູ, ປະເທດ ລັດເຊຍ, ນັກຊ່ຽວຊານສະຖານະການການເມືອງສາກົນ ຊາວລັດເຊຍ, ປະທານສະພາຊ່ຽວຊານກອງທຶນ ຄົ້ນຄວ້າວິທະຍາສາດ  ອາຊີ-ເອີຣົບ, ທ່ານ Grygpry Trofimchuk, ເຊີດຊູຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ. ນັກຊານ Trofimchuk ໄດ້ເນັ້ນໜັກວ່າ ຫຼັກໝັ້ນບໍ່ປ່ຽນແປງ ແລະ ທັດສະນະ ແກ້ໄຂບັນຫາສັນຕິພາບ ບັນດາການຂັດແຍ້ງກັນຜ່ານການເຈລະຈາຢູ່ທະເລຕາເວັນອອກຂອງ ຫວຽດນາມ, ຕອບສະໜອງຄວາມຕ້ອງການທີ່ໝັ້ນຄົງ  ແລະ ປອດໄພຢູ່ ອາຊີຕາເວັນອອກສ່ຽງໃຕ້. ທ່ານໃຫ້ຮູ້ວ່າ ບັນດາປະເທດຕ້ອງແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກຜ່ານການເຈລະຈາ.

ທ່ານ Grygpry Trofimchuk ຢືນຢັນວ່າ ສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ໄດ້ກຳນົດລະບຽບການນິຕິກຳ ຂອງທະເລໃນທົ່ວໂລກ, ພ້ອມກັບຖະແຫຼງການກ່ຽວກັບການປະພຶດ ຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (DOC). ກ້າວໄປເຖິງລົງນາມໃນກົດແຫ່ງການປະພຶດຢູ່ຂອງບັນດາຝ່າຍ ທະເລຕາເວັນອອກອອກ (COC), ນີ້ແມ່ນບັນດາເອກະສານນິຕິກຳສຳຄັນ ໃນຂະບວນວິວັດແຫ່ງການເຈລະຈາສັນຕິພາບ ແກ້ໄຂບັນດາການຂັດແຍ້ງທີ່ມີຢູ່ໃນປະຈຸບັນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top