• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຊ່ຽວຊານ ມາເລເຊຍ ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ໃນປີປະທານ ອາຊຽນ 2020

      ຕໍ່ໜ້າການແຜ່ລະບາດຂອງໂລກລະບາດຢ່າງກະທັນຫັນນັ້ນ, ຫວຽດນາມ ໄດ້ປະຕິບັດບັນດາມາດຕະການຮັບມືເປັນຢ່າງດີ, ຄວບຄຸມໂລກລະບາດຢ່າງວ່ອງໄວ ແລະ ປະສົບຜົນສຳເລັດ. ສິ່ງດັ່ງກ່າວ ໄດ້ຊ່ວຍໃຫ້ ຫວຽດນາມ ກາຍເປັນປະເທດໜຶ່ງດຽວໃນ ອາຊຽນ ບັນລຸລະດັບການເຕີບໂຕເປັນບວກ.

ທ່ານນາງປະລິນຍາເອກ Hoo Chiew Ping (ພາບ: TTXVN)
      ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ເນື່ອງໃນໂອກາດດຳເນີນກອງປະຊຸມສຸດຍອດ ອາຊຽນ 37, ທ່ານນາງປະລິນຍາເອກ Hoo Chiew Ping ອາຈານລະດັບສູງກ່ຽວກັບການຄົ້ນຄວ້າຍຸດທະສາດ ແລະ ການພົວພັນສາກົນ, ມະຫາວິທະຍາໄລແຫ່ງຊາດ ມາເລເຊຍ ຖືວ່າ: ໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ຊີວິດທຸກດ້ານສັບສົນປົນແປ ແລະ ແມ່ນສິ່ງທ້າທາຍສຳລັບ ຫວຽດນາມ ໃນການຈັດຕັ້ງ, ປະສານງານບັນດາໂຄງການດຳເນີນງານໃນປີປະທານ ອາຊຽນ 2020. ໃນສະພາບການນັ້ນ, ພາຍໃຕ້ການປະສານງານຂອງ ຫວຽດນາມ, ບັນດາການເຈລະຈາ ແລະ ກອງປະຊຸມ ອາຊຽນ ລ້ວນແຕ່ໄດ້ດຳເນີນຕາມຮູບການທາງອອນລາຍ, ເໝາະສົມກັບສະພາບໂລກລະບາດຜັນແປຢ່າງສັບສົນ.
        ກໍ່ມີທັດສະນະດຽວກັນ, ທ່ານປະລິນຍາເອກ Ngeow Chow Bing, ຫົວໜ້າສະຖາບັນຄົ້ນຄວ້າຈີນ, ມະຫາວິທະຍາໄລ Malaya (ມາເລເຊຍ) ໃຫ້ຂໍ້ສັງເກດວ່າ ເມື່ອ ຫວຽດນາມ ເລີ່ມຮັບຜິດຊອບຕຳແໜ່ງປະທານໝູນວຽນຂອງ ອາຊຽນ ກໍ່ແມ່ນໄລຍະໂລກຄ່ອຍໆປະເຊີນໜ້າດັບໂລກລະບາດໂຄວິດ-19. ຕໍ່ໜ້າການແຜ່ລະບາດຂອງໂລກລະບາດຢ່າງກະທັນຫັນນັ້ນ, ຫວຽດນາມ ໄດ້ປະຕິບັດບັນດາມາດຕະການຮັບມືເປັນຢ່າງດີ, ຄວບຄຸມໂລກລະບາດຢ່າງວ່ອງໄວ ແລະ ປະສົບຜົນສຳເລັດ. ສິ່ງດັ່ງກ່າວ ໄດ້ຊ່ວຍໃຫ້ ຫວຽດນາມ ກາຍເປັນປະເທດໜຶ່ງດຽວໃນ ອາຊຽນ ບັນລຸລະດັບການເຕີບໂຕເປັນບວກ.
(ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top