• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຊ່ຽວຊານດ້ານເສດຖະກິດ: “ຫວຽດນາມ ພວມຢືນຢູ່ຮອບວຽນການວົງເຕີບໂຕໃໝ່ ດ້ວຍບັນດາການປ່ຽນແປງທີ່ມີລັກສະນະບາດລ້ຽວ”

ການສົ່ງອອກ ແລະ ທ່ອງທ່ຽວແມ່ນ “ກຳລັງໜູນຕົ້ນຕໍ” ນຳ GDP ຮັກສາຢູ່ລະດັບສູງ.
ທ່ານ Michael Kokalari, ຫົວໜ້ານັກຊ່ຽວຊານດ້ານເສດຖະກິດຂອງກອງທຶນລົງທຶນ VinaCapital (ພາບ: diendandoanhnghiep.vn)

“ໃນສະພາບການໂລກມີການຜັນແປ, ຫວຽດນາມ ຍັງພັດທະນາຢ່າງແຮງ ແລະ ພວມຢືນຢູ່ຕໍ່ໜ້າຮອບວຽນການເຕີບໂຕໃໝ່ ດ້ວຍບັນດາການປ່ຽນແປງທີ່ມີລັກສະນະບາດລ້ຽວ”. ນີ້ແມ່ນຂໍ້ສັງເກດຂອງ ທ່ານ Michael Kokalari, ຫົວໜ້ານັກຊ່ຽວຊານດ້ານເສດຖະກິດຂອງກອງທຶນລົງທຶນ VinaCapital. ທ່ານແບ່ງປັນວ່າ  GDP ຫວຽດນາມ ໃນປີ 2025 ອາດບັນລຸລະດັບເຕີບໂຕທີ່ໜ້າປະທັບໃຈປະມານ 7,5% ແລະ ອາດສາມາດບຸກທະລຸ 8% ໃນປີນີ້, ການສົ່ງອອກ ແລະ ທ່ອງທ່ຽວແມ່ນ “ກຳລັງໜູນຕົ້ນຕໍ” ນຳ GDP ຮັກສາຢູ່ລະດັບສູງ. ຕາມການຄາດຄະເນຂອງ ທ່ານ Michael Kokalari ແລ້ວ, GDP ຂອງ ຫວຽດນາມ ໃນປີ 2026 ມີຄວາມສາມາດບົ່ມຊ້ອນບຸກທະລຸຢ່າງແຮງກວ່າ, ໃນນັ້ນຄວາມຫວັງໃຫຍ່ແມ່ນມາຈາກກຳລັງໜູນຂອງການປະຕິຮູບ ແລະ ການລົງທຶນ.

“ລັດຖະບານໄດ້ວາງຈຸດສຸມໃຫຍ່ເຂົ້າພື້ນຖານໂຄງລ່າງ. ຄວາມໄວໃນການປ່ອຍເງິນລົງທຶນ ປີ 2025 ສູງທີ່ສຸດ ແຕ່ຍັງບໍ່ທັນສົ່ງຜົນສະທ້ອນຢ່າງແຮງ ຍ້ອນມີຄວາມຊັກຊ້ານັບແຕ່ຕອນປ່ອຍເງິນ ຕະຫຼອດຮອດເວລາເຊື່ອມເຂົ້າພື້ນຖານເສດຖະກິດ. ພວກຂ້າພະເຈົ້າຫວັງວ່າ ເສດຖະກິດ ຫວຽດນາມ ຈະແຂງແຮງທີ່ສຸດໃນປີ 2026”.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top