ຂ່າວສານ

ນັກຊ່ຽວຊານດ້ານເສດຖະກິດ: “ຫວຽດນາມ ພວມຢືນຢູ່ຮອບວຽນການວົງເຕີບໂຕໃໝ່ ດ້ວຍບັນດາການປ່ຽນແປງທີ່ມີລັກສະນະບາດລ້ຽວ”

ການສົ່ງອອກ ແລະ ທ່ອງທ່ຽວແມ່ນ “ກຳລັງໜູນຕົ້ນຕໍ” ນຳ GDP ຮັກສາຢູ່ລະດັບສູງ.
ທ່ານ Michael Kokalari, ຫົວໜ້ານັກຊ່ຽວຊານດ້ານເສດຖະກິດຂອງກອງທຶນລົງທຶນ VinaCapital (ພາບ: diendandoanhnghiep.vn)

“ໃນສະພາບການໂລກມີການຜັນແປ, ຫວຽດນາມ ຍັງພັດທະນາຢ່າງແຮງ ແລະ ພວມຢືນຢູ່ຕໍ່ໜ້າຮອບວຽນການເຕີບໂຕໃໝ່ ດ້ວຍບັນດາການປ່ຽນແປງທີ່ມີລັກສະນະບາດລ້ຽວ”. ນີ້ແມ່ນຂໍ້ສັງເກດຂອງ ທ່ານ Michael Kokalari, ຫົວໜ້ານັກຊ່ຽວຊານດ້ານເສດຖະກິດຂອງກອງທຶນລົງທຶນ VinaCapital. ທ່ານແບ່ງປັນວ່າ  GDP ຫວຽດນາມ ໃນປີ 2025 ອາດບັນລຸລະດັບເຕີບໂຕທີ່ໜ້າປະທັບໃຈປະມານ 7,5% ແລະ ອາດສາມາດບຸກທະລຸ 8% ໃນປີນີ້, ການສົ່ງອອກ ແລະ ທ່ອງທ່ຽວແມ່ນ “ກຳລັງໜູນຕົ້ນຕໍ” ນຳ GDP ຮັກສາຢູ່ລະດັບສູງ. ຕາມການຄາດຄະເນຂອງ ທ່ານ Michael Kokalari ແລ້ວ, GDP ຂອງ ຫວຽດນາມ ໃນປີ 2026 ມີຄວາມສາມາດບົ່ມຊ້ອນບຸກທະລຸຢ່າງແຮງກວ່າ, ໃນນັ້ນຄວາມຫວັງໃຫຍ່ແມ່ນມາຈາກກຳລັງໜູນຂອງການປະຕິຮູບ ແລະ ການລົງທຶນ.

“ລັດຖະບານໄດ້ວາງຈຸດສຸມໃຫຍ່ເຂົ້າພື້ນຖານໂຄງລ່າງ. ຄວາມໄວໃນການປ່ອເງິນລົງທຶນ ປີ 2025 ສູງທີ່ສຸດ ແຕ່ຍັງບໍ່ທັນສົ່ງຜົນສະທ້ອນຢ່າງແຮ ຍ້ອນມີຄວາມຊັກຊ້ານັບແຕ່ຕອນປ່ອຍເງິນ ຕະຫຼອດຮອດເວລາເຊື່ອມເຂົ້າພື້ນຖານເສດຖະກິດ. ພວກຂ້າພະເຈົ້າຫວັງວ່າ ເສດຖະກິດ ຫວຽດນາມ ຈະແຂງແຮງທີ່ສຸດໃນປີ 2026”.


top