• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2025 ແມ່ນປີພິເສດ, ສ້າງຂີດໝາຍ 30 ປີແຫ່ງການພົວພັນດ້ານການທູດ ຫວຽດນາມ - ອາເມລິກາ

ອາເມລິກາ ໄດ້ໜູນຊ່ວຍ ຫວຽດນາມ ເງິນຈຳນວນ 1,75 ລ້ານ USD ໃນການຮັບມືກັບຜົນຮ້າຍຢ້ອນຫຼັງຂອງພາຍຸຫຼາຍລູກ ແລະ ສະພາບນ້ຳຖ້ວມຢູ່ທາງພາກເໜືອ ແລະ ພາກກາງຂອງ ຫວຽດນາມ.
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ Marc Knapper (ພາບປະກອບ: TTXVN)

 ໃນສານທີ່ສົ່ງໃຫ້ສື່ມວນຊົນໃນວັນທີ 30 ທັນວາ, ທ່ານ Marc Knapper, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຢືນຢັນວ່າ ປີ 2025, ຫວຽດນາມ ແລະ ອາເມລິກາ ໄດ້ມີບັນດາການຮ່ວມມືດ້ານການຄ້າ, ວັດທະນະທຳ, ການສຶກສາ, ເຕັກໂນໂລຊີ ດີຈີຕອນ ແລະ ໜູນຊ່ວຍມະນຸດສະທຳຢ່າງມີປະສິດທິຜົນ.

        ອາເມລິກາ ໄດ້ໜູນຊ່ວຍ ຫວຽດນາມ ເງິນຈຳນວນ 1,75 ລ້ານ USD ໃນການຮັບມືກັບຜົນຮ້າຍຢ້ອນຫຼັງຂອງພາຍຸຫຼາຍລູກ ແລະ ສະພາບນ້ຳຖ້ວມຢູ່ທາງພາກເໜືອ ແລະ ພາກກາງຂອງ ຫວຽດນາມ. ນອກນັ້ນ, ກໍ່ຍັງເປັນຄັ້ງທຳອິດທີ່ 2 ປະເທດຈັດລາຍການ “ເພື່ອນມິດ ມະຫາສະໝຸດປາຊີຟິກ” ລະຫວ່າງທະຫານບົກ ອາເມລິກາ ຢູ່ ມະຫາສະໝຸດປາຊີຟິກ ແລະ ແຂວງ ກວາງຈິ້; ບັນລຸຄວາມກ້າວໜ້າຫຼາຍຢ່າງໃນການແກ້ໄຂມົນລະພິດດີໂອຊິນຢູ່ສະໜາມບິນ ບຽນຮ່ວາ…

        ກ່ຽວກັບການພົວພັນດ້ານເສດຖະກິດ, ອາເມລິກາ ແມ່ນຕະຫຼາດສົ່ງອອກແຖວໜ້າ ແລະ ແມ່ນຄູ່ຄ້າໃຫຍ່ທີ 2 ຂອງ ຫວຽດນາມ. ໃນຂົງເຂດວັດທະນະທຳ, ທ່ານເອກອັກຄະລັດຖະທູດ Marc Knapper ໄດ້ເຕື້ອງເຖິງການເຄື່ອນໄຫວລວມມີ 4 ງານບຸນມິດຕະພາບທີ່ໄດ້ຈັດຂຶ້ນໃນທົ່ວປະເທດ ຫວຽດນາມ. ຫວຽດນາມ ກໍ່ກາຍເປັນປະເທດຢືນອັນດັບທີ 5 ກ່ຽວກັບຈຳນວນນັກຮຽນທີ່ພວມຮ່ຳຮຽນຢູ່ ອາເມລິກາ ດ້ວຍ 3.600 ຄົນ.

(ແຫຼ່ງຄັດຈາກ VOV)

 ເສີມຂະຫຍາຍພູມປັນຍາ ແລະ ຄຸນນະທາດ ຫວຽດນາມ, ກ້າວຂຶ້ນຢ່າງແຮງໃນສັງກາດພັດທະນາໃໝ່

ເສີມຂະຫຍາຍພູມປັນຍາ ແລະ ຄຸນນະທາດ ຫວຽດນາມ, ກ້າວຂຶ້ນຢ່າງແຮງໃນສັງກາດພັດທະນາໃໝ່

ກ່ອນທີ່ຈະຮອດປີໃໝ່ 2026, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ.

Top