ຂ່າວສານ
ນັກຂ່າວ ອາເມລິກາ: “ທິມນັກກິລາບານເຕະຍິງ ຫວຽດນາມ ສະແດງໃຫ້ເຫັນໄດ້ເຖິງຄວາມເກັ່ງກ້າສາມາດເມື່ອເຂົ້າຮ່ວມ World Cup”
ໂດຍມີໜ້າຢູ່ ຮ່າໂນ້ຍ ໃນຊຸມມື້ຜ່ານມາ ເພື່ອຕິດຕາມທິມນັກກິລາບານເຕະຍິງ ຫວຽດນາມ ຝຶກຊ້ອມ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນຊິງຊະນະເລີດບານເຕະຍິງໂລກ (World Cup 2023), ນັກຂ່າວຂອງໜັງສືພິມ New York Times, ທ່ານ Jere Longman, ແບ່ງປັນວ່າ: ທິມບານເຕະຍິງ ຫວຽດນາມ ໄດ້ມີການປັບປຸງກ່ຽວກັບຜົນງານຫຼາຍພໍສົມຄວນໃນຊຸມປີມໍ່ໆມານີ້. ນັກຂ່າວທ່ານນີ້ໄດ້ວິເຄາະວ່າ “ໂດຍໄດ້ເຂົ້າຮ່ວມ World Cup, ບັນດານັກກິລາບານເຕະຍິງຂອງ ຫວຽດນາມ ອາດສາມາດມີຄວາມເອກອ້າງທະນົງໃຈເວົ້າໄດ້ວ່າ ເຂົາເຈົ້າໄດ້ແຂ່ງຂັນກັບບັນດາທິມກິລາທີ່ມີຊື່ສຽງລະດັບໂລກ, ຄື: ອາເມລິກາ ຫຼື ໂຮນລັງ. ເລື່ອງແຂ່ງຂັນກັບບັນດາຄູແຂ່ງຄືແນວນັ້ນຢູ່ World Cup ຈະຊ່ວຍໃຫ້ທິມບານເຕະຍິງ ຫວຽດນາມ ບັນລຸຄວາມກ້າວໜ້າໃນຫຼາຍດ້ານ, ສ້າງປະຖົມປັດໄຈໃຫ້ແກ່ນັກກິລາບານເຕະຍິງ ຫວຽດນາມ ກ້າວໄປໄກກວ່າອີກໃນອະນາຄົດ”.
ທີ່ World Cup ກິລາບານເຕະຍິງປີ 2023, ນັດແຂ່ງຂັນລະຫວ່າງທິມບານເຕະຍິງ ຫວຽດນາມ ແລະ ອາເມລິກາ ຈະດຳເນີນໃນວັນທີ 22 ກໍລະກົດ ຢູ່ສະໜາມກິລາ Eden Park (ນິວຊີແລນ).