• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ຄວນ​ເສີມ​ຂະ​ຫຍາຍ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ພັດ​ທະ​ນາ​ໂດຍ​ໄວ ແລະ ຍືນ​ຍົງ

ກົມການເມືອງໄດ້ຕີລາຄາສູງທີ່ນະຄອນໂຮ່ຈີມິນ ພາຍຫຼັງ 10 ປີແຫ່ງການປະຕິບັດມະຕິ ບັນລຸໄດ້ຜົນສຳເລັດສຳຄັນຫຼາຍຢ່າງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ກົມການເມືອງໄດ້ຕີລາຄາສູງທີ່ນະຄອນໂຮ່ຈີມິນ ພາຍຫຼັງ 10 ປີແຫ່ງການປະຕິບັດມະຕິ ບັນລຸໄດ້ຜົນສຳເລັດສຳຄັນຫຼາຍຢ່າງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. 

  ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເປັນປະທານກອງປະຊຸມ  

ຕອນເຊົ້າວັນທີ 2 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເປັນປະທານກອງປະຊຸມກົມການເມືອງປະກອບຄຳຫັນກ່ຽວກັບແຜນຮ່າງສະຫຼຸບ 10 ປີແຫ່ງການປະຕິບັດມະຕິຂອງກົມການເມືອງ ກ່ຽວກັບການທິດທາງ, ໜ້າທີ່ພັດທະນານະຄອນ ໂຮ່ຈີມິນ ຮອດປີ 2020 ແລະ ປຶກສາຫາລືກ່ຽວກັບທິດທາງ, ໜ້າທີ່ພັດທະນາຮອດປີ 2030, ວິໄສທັດຮອດປີ 2045.

ກົມການເມືອງໄດ້ຕີລາຄາສູງທີ່ນະຄອນໂຮ່ຈີມິນ ພາຍຫຼັງ 10 ປີແຫ່ງການປະຕິບັດມະຕິ ບັນລຸໄດ້ຜົນສຳເລັດສຳຄັນຫຼາຍຢ່າງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ເພື່ອແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງນະຄອນ ໂຮ່ຈີມິນ, ກົມການເມືອງໄດ້ເຫັນດີເປັນເອກະພາບ ປະກາດໃຊ້ມະຕິກ່ຽວກັບທິດທາງ, ໜ້າທີ່ພັດທະນານະຄອນໂຮ່ຈີມິນ ດ້ວຍເປົ້າໝາຍ ຮອດປີ 2030 ໄດ້ກາຍເປັນນະຄອນບໍລິການ - ອຸດສາຫະກຳທັນສະໄໝ, ນຳໜ້າກ່ຽວກັບເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແມ່ນສູນເສດຖະກິດ, ການເງິນ, ການຄ້າ, ວິທະຍາສາດເຕັກໂນໂລຢີ, ວັດທະນະທຳຂອງ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຮອດປີ 2045 ໄດ້ກາຍເປັນສູນເສດຖະກິດ, ການເງິນ, ການບໍລິການ ອາຊີ.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top