• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ​ໂຮ່​ຈີ​ມິນ ແລະ ສິງ​ກະ​ໂປ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ

ທ່ານ Tan See Leng ເນັ້ນໜັກວ່າ: ສິງກະໂປ ມີຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະຮ່ວມມື, ແລກປ່ຽນບົດຮຽນປະສົບການ ກັບນະຄອນໂຮ່ຈີມິນ ໃນຂົງເຂດພັດທະນາແຫຼ່ງຊັບພະຍາກອນມະນຸດ, ທ່ານສະເໜີສ້າງກຸ່ມປະຕິບັດງານ ຫຼືສະພາ 3 ຝ່າຍດ້ວຍການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການສອງປະເທດ ພ້ອມກັບນະຄອນໂຮ່ຈີມິນ ເພື່ອຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານ Tan See Leng ເນັ້ນໜັກວ່າ: ສິງກະໂປ ມີຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະຮ່ວມມື, ແລກປ່ຽນບົດຮຽນປະສົບການ ກັບນະຄອນໂຮ່ຈີມິນ ໃນຂົງເຂດພັດທະນາແຫຼ່ງຊັບພະຍາກອນມະນຸດ, ທ່ານສະເໜີສ້າງກຸ່ມປະຕິບັດງານ ຫຼືສະພາ 3 ຝ່າຍດ້ວຍການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການສອງປະເທດ ພ້ອມກັບນະຄອນໂຮ່ຈີມິນ ເພື່ອຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

   

ທ່ານຟານວັນມ໊າຍ, ປະທານຄະນະກຳມະການປະຊາຊົນນະຄອນຕ້ອນຮັບທ່ານ Tan See Leng ລັດຖະມົນຕີກະຊວງຊັບພະຍາກອນມະນຸດ ສິງກະໂປ (ພາບ: TTXVN)

ຕອນເຊົ້າວັນທີ 11 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານຟານວັນມ໊າຍ, ປະທານຄະນະກຳມະການປະຊາຊົນນະຄອນ, ໄດ້ໃຫ້ການຕ້ອນຮັບທ່ານ Tan See Leng ລັດຖະມົນຕີກະຊວງຊັບພະຍາກອນມະນຸດ, ລັດຖະມົນຕີຜູ້ທີສອງຂອງກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ. ນະທີ່ນີ້, ທ່ານ ຟານວັນມ໊າຍ ໃຫ້ຮູ້ວ່າ ນະຄອນໂຮ່ຈີມິນມີຄວາມຫວັງຢາກຍູ້ແຮງການຮ່ວມມືກັບ ສິງກະໂປ ໃນການຜັນຂະຫຍາຍຂົງເຂດບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ໃນນັ້ນມີການບຳລຸງສ້າງພະນັກງານໃຫ້ແກ່ລະບົບອຳນາດການປົກຄອງ, ເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນປະສົບການ ໃນຂົງເຂດພັດທະນາວິສາຫະກິດ Startup ປະດິດຄິດສ້າງ, ຊ່ວຍນະຄອນອາດຈະກາຍເປັນສູນ Startup ປະດິດຄິດສ້າງ ຂອງປະເທດຊາດ ແລະ ພາກພື້ນ. ທ່ານ ຟານວັນມ໊າຍ ໃຫ້ຄຳໝັ້ນສັນຍາວ່າຍາມໃດກໍ່ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ວິສາຫະກິດສິງກະໂປ ມາລົງທຶນ, ດຳເນີນທຸລະກິດຍາວນານຢູ່ ນະຄອນ.

        ສ່ວນທ່ານ Tan See Leng ເນັ້ນໜັກວ່າ: ສິງກະໂປ ມີຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະຮ່ວມມື, ແລກປ່ຽນບົດຮຽນປະສົບການ ກັບນະຄອນໂຮ່ຈີມິນ ໃນຂົງເຂດພັດທະນາແຫຼ່ງຊັບພະຍາກອນມະນຸດ, ທ່ານສະເໜີສ້າງກຸ່ມປະຕິບັດງານ ຫຼືສະພາ 3 ຝ່າຍດ້ວຍການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການສອງປະເທດ ພ້ອມກັບນະຄອນໂຮ່ຈີມິນ ເພື່ອຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ສ້າງນະຄອນອັດສະລິຍະ, ຄຸ້ມຄອງບໍລິຫານ ແລະ ພັດທະນາຕົວເມືອງ, ເສດຖະກິດຂຽວ, ບັນດາໂຄງການຮ່ວມມືກ່ຽວກັບການຄ້າ, ການລົງທຶນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ເຫຼົ່າ​ຮົບ​ລົດ​ຫຸ້ມ​ເກາະ ຕ້ອງ​ເປັນ​ກຳ​ລັງຫຼວງ, ຍອດ​ຢ້ຽມ ແລະ ທັນ​ສະ​ໄໝ ຢ່າງ​ແທ້​ຈິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ເຫຼົ່າ​ຮົບ​ລົດ​ຫຸ້ມ​ເກາະ ຕ້ອງ​ເປັນ​ກຳ​ລັງຫຼວງ, ຍອດ​ຢ້ຽມ ແລະ ທັນ​ສະ​ໄໝ ຢ່າງ​ແທ້​ຈິງ

ໃນໄລຍະປະຕິວັດໃໝ່, ເຫຼົ່າຮົບລົດຫຸ້ມເກາະຕ້ອງມານະພະຍາຍາມສູ້ຊົນ, ພ້ອມກັບທົ່ວກອງທັບຍາດແຍ່ງທຸກກາລະໂອກາດ ເພື່ອຍົກສູງຄຸນນະພາບສັງລວມ, ລະດັບຄວາມຮູ້ຄວາມສາມາດກຽມພ້ອມສູ້ຮົບຢ່າງບໍ່ຢຸດຢັ້ງ, ເປັນກຳລັງປະຕິວັດ, ກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ປະຕິບັດສຳເລັດໜ້າທີ່ໄດ້ຮັບການມອບໝາຍ.

Top