• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ​ໂຮ່​ຈີ​ມິນ ເບິ່ງ​ແຍງ​ດູ​ແລ ແລະ ໜູນ​ຊ່ວຍ​ຊາວ​ຜູ້​ອອກ​ແຮງ​ງານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

ຕາມການສະຖິຕິຫຼ້າສຸດຂອງ ສະຫະພັນແຮງງານນະຄອນໂຮ່ຈີມິນແລ້ວ, ປັດຈຸບັນ ອົງການກຳມະບານຂັ້ນຕ່າງໆ 30 ແຫ່ງຂອງນະຄອນ ໄດ້ຈັດຕັ້ງປະຕິບັດວຽກງານດູແລຊີວິການເປັນຢູ່ຂອງຊາວຜູ້ອອກແຮງງານກວ່າ 6,500 ຄົນທີ່ວ່າງງານ ດ້ວຍຍອດຈຳນວນງົບປະມານທັງໝົດ ແມ່ນເກືອບ 8 ຕື້ດົ່ງ.
 
ການນຳນະຄອນໂຮ່ຈີມິນ ລົງໄປກວດກາວຽກງານເບິ່ງແຍງດູແລຊີວິດການເປັນຢູ່ຂອງກຳມະກອນ (ພາບ: congan.com.vn)

ຕໍ່ໜ້າສະພາບການທີ່ຊາວຜູ້ອອກແຮງງານປະມານ 60.000 ຄົນ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ວັນທີ 14 ເມສາ, ສະຫະພັນແຮງງານນະຄອນໂຮ່ຈີມິນ ໄດ້ຊີ້ນຳໃຫ້ອົງການກຳມະບານທຸກຂັ້ນ ຜັນຂະຫຍາຍວຽກງານເບິ່ງແຍງດູແລໃຫ້ແກ່ສະມາຊິກຊາວໜຸ່ມ, ກຳມະກອນຊາວຜູ້ອອກແຮງງານທີ່ວ່າງງານຕາມລະບອບລະບຽບການໂດຍໄວ. ເປົ້າໝາຍໄດ້ຮັບບູລິມະສິດແມ່ນສະມາຊິກຊາວໜຸ່ມເພດຍິງ, ກຳມະບານກໍາລັງຖືພາ, ລ້ຽງລູກນ້ອຍກວ່າ 12 ເດືອນ, ອາຈານອະນຸບານ, ສະມາຊິກຊາວໜຸ່ມ, ກຳມະບານທີ່ຖືກຕັດເງິນເດືອນ, ຊາວຜູ້ອອກແຮງງານທີ່ເປັນພະຍາດຫນັກ. ຕາມການສະຖິຕິຫຼ້າສຸດຂອງ ສະຫະພັນແຮງງານນະຄອນໂຮ່ຈີມິນແລ້ວ, ປັດຈຸບັນ ອົງການກຳມະບານຂັ້ນຕ່າງໆ 30 ແຫ່ງຂອງນະຄອນ ໄດ້ຈັດຕັ້ງປະຕິບັດວຽກງານດູແລຊີວິການເປັນຢູ່ຂອງຊາວຜູ້ອອກແຮງງານກວ່າ 6,500 ຄົນທີ່ວ່າງງານ ດ້ວຍຍອດຈຳນວນງົບປະມານທັງໝົດ ແມ່ນເກືອບ 8 ຕື້ດົ່ງ. ໄປຄຽງຄູ່ກັນນັ້ນ, ສະຫະພັນແຮງງານນະຄອນ ກໍຍູ້ແຮງວຽກງານໂຄສະນາເຜີຍແຜ່ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19; ຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈບັນດາວິສາຫະກິດ ແລະ ຊາວຜູ້ອອກແຮງງານ ໃຫ້ປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບວຽກງານປະຕິບັດບັນດາມາດຕະການຮີບດ່ວນເພື່ອປ້ອງກັນ ແລະ ສະກັດກັດໂລກະລະບາດໃຫ້ຢ່າງເຂັ້ມງວດ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top