ເລື່ອງອຳນາດການປົກຄອງໃໝ່ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍູ້ແຮງບັນດາການກະທຳຈັດວາງພາສີສຳລັບບັນດາຄູ່ຄ້າໃຫຍ່ຂອງ ອາເມລິກາ ພວມສ້າງຄວາມວິຕົກກັງວົນໃນທົ່ວໂລກກ່ຽວກັບກະແສປະທະກັນດ້ານການຄ້າທີ່ມີຂອບຂະໜາດໃຫຍ່.
ວັນທີ 01 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ແຈ້ງກ່ຽວກັບການຈັດວາງພາສີ 25% ສຳລັບສິນຄ້າຂອງ ການາດາ ແລະ ເມັກຊີໂກ ເກືອບທັງໝົດ ແລະ 10% ສຳລັບສິນຄ້າຂອງ ຈີນ ທີ່ນຳເຂົ້າ ອາເມລິກາ, ດ້ວຍເຫດຜົນສະກັດກັ້ນກະແສຜູ້ເຂົ້າເມືອງຢ່າງຜິດກົດໝາຍ ແລະ ການຄ້າຂາຍສານເສບຕິດ fentanyl ເຂົ້າປະເທດນີ້. ຮອດວັນທີ 03 ກຸມພາ, ອຳນາດການປົກຄອງ ອາເມລິກາ ໃຫ້ຮູ້ວ່າ ໄດ້ໂຈະການຈັດວາງພາສີດັ່ງກ່າວໃນເວລາ 1 ເດືອນ, ພາຍຫຼັງບັນລຸໄດ້ບັນດາຂໍ້ຕົກລົງດ້ານຄວາມໝັ້ນຄົງຢູ່ເຂດຊາຍແດນຕິດກັບ ການາດາ ແລະ ເມັກຊີໂກ.
ເພີ່ມຄວາມຂາດສະຖຽນລະພາບດ້ານເສດຖະກິດ
ເລື່ອງອຳນາດການປົກຄອງ ອາເມລິກາ ບັນລຸໄດ້ຂໍ້ຕົກລົງກັບ ການາດາ ແລະ ເມັກຊີໂກ, ເຊິ່ງແມ່ນ 2 ປະເທດບ້ານໃກ້ເຮືອນຄຽງ, ພ້ອມທັງແມ່ນ 2 ຄູ່ຄ້າແຖວໜ້າຂອງ ອາເມລິກາ, ໄດ້ຊ່ວຍຮັກສາບັນດາຕະຫຼາດການເງິນທົ່ວໂລກເປັນປົກກະຕິໂດຍຊົ່ວຄາວ ພາຍຫຼັງການແປປ່ວນໃນຕົ້ນອາທິດ (03 ກຸມພາ) ຍ້ອນມີຄວາມວິຕົກກັງວົນເກີດການປະທະກັນດ້ານການຄ້າທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ຄວາມສ່ຽງຕໍ່ເລື່ອງ ອາເມລິກາ ສືບຕໍ່ຈັດວາງພາສີ, ນັບທັງບັນດາປະເທດພັນທະມິດທີ່ໃກ້ຊິດ ກໍ່ຍັງຢູ່ລະດັບສູງຢູ່. ຖັດຈາກ ເມັກຊີໂກ, ການາດາ ແລະ ຈີນ, ສະຫະພາບເອີລົບ (ອີຢູ) ໄດ້ຮັບຖືວ່າອາດຈະແມ່ນເປົ້າໝາຍຕໍ່ໄປຂອງ ອາເມລິກາ ເມື່ອວັນທີ 31 ມັງກອນ, ທ່ານ Donald Trump ຖະແຫຼງວ່າ “ແນ່ນອນວ່າ ພວມຄິດເຖິງການຈັດວາງພາສີສຳລັບ ອີຢູ”. ເມື່ອປະເຊີນໜ້າກັບຄວາມສ່ຽງດັ່ງກ່າວ, ວັນທີ 03 ກຸມພາ, ການນຳ ເອີລົບ ຫຼາຍທ່ານ, ຄື: ທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz… ໄດ້ຢືນຢັນວ່າ ອີຢູ ມີແຫຼ່ງກຳລັງຢ່າງພຽງພໍ ແລະ ຈະໂຕ້ຕອບຢ່າງແຮງຖ້າຫາກວ່າ ອາເມລິກາ ຈັດວາງພາສີສຳລັບກຸ່ມນີ້.
ກ່ອນໜ້ານັ້ນ, ພາຍຫຼັງທີ່ ອາເມລິກາ ປະກາດການຈັດວາງພາສີໃນວັນທີ 01 ກຸມພາ, ທັງ ເມັກຊີໂກ, ການາດາ ແລະ ຈີນ ລ້ວນແຕ່ມີການກະທຳໂຕ້ຕອບ. ທ່ານ Qiu Buhui, ສາດສະດາຈານຝ່າຍທຸລະກິດ ແລະ ການເງິນ, ໂຮງຮຽນທຸລະກິດ Sydney (ອົດສະຕາລີ), ໃຫ້ຂໍ້ສັງເກດວ່າ:
“ບັນດາການກະທຳຂອງອຳນາດການປົກຄອງ ອາເມລິກາ ຈະເຮັດໃຫ້ເພີ່ມລະດັບການຂາດຄວາມແນ່ນອນຂອງເສດຖະກິດທົ່ວໂລກ. ບັນດາຕະຫຼາດຈະມີການໜັງຕີງຫຼາຍຢ່າງ ຍ້ອນພວກເຮົາເຫັນວ່າ ອາເມລິກາ ໄດ້ກ່າວເຕືອນບັນດາຄູ່ຄ້າວ່າ ຖ້າຫາກເຂົາເຈົ້າໂຕ້ຕອບ ອາເມລິກາ ຈະຈັດວາງພາສີໃນລະດັບທີ່ສູງກວ່າອີກ. ສະນັ້ນ, ພວກເຮົາອາດຈະເຫັນປະຈັກຕາການເກີດບັນດາການປະທະກັນດ້ານການຄ້າ, ເຮັດໃຫ້ຄວາມຂາດສະຖຽນລະພາບດ້ານເສດຖະກິດເພີ່ມຂຶ້ນ ກໍຄືບັນດານະໂຍບາຍອາລັກຂາເສດຖະກິດ, ອາລັກຂາດ້ານການຄ້າເພີ່ມຂຶ້ນ”.
ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ. ຕາມທ່ານ Gregory Daco, ຫົວໜ້ານັກຊ່ຽວຊານຂອງບໍລິສັດກວດສອບບັນຊີ Ernst&Young ແລ້ວ, ບັນດາມາດຕະການໂຕ້ຕອບຈາກ ເມັກຊີໂກ, ການາດາ ແລະ ຈີນ ອາດຈະເຮັດໃຫ້ ອາເມລິກາ ເສຍ 1,5 ຄະແນນສ່ວນຮ້ອຍ ການເຕີບໂຕ GDP ໃນປີີນີ້, 2,1 ຄະແນນສ່ວນຮ້ອຍຂອງການເຕີບໂຕ GDP ໃນປີ 2026, ໃນຂະນະທີ່ ການາດາ ແລະ ເມັກຊີໂກ ອາດຈະຕົກເຂົ້າສູ່ສະພາບຊຸດໂຊມໃນປີນີ້.
ຍຸດທະວິທີທີ່ບັນລຸປະສິດທິຜົນ
ເມື່ອໃຫ້ຂໍ້ສັງເກດກ່ຽວກັບບັນດາການກະທຳຕໍ່ໄປຂອງອຳນາດການປົກຄອງ ອາເມລິກາ, ຜູ້ຊ່ຽວຊານຫຼາຍທ່ານຖືກວ່າ: ນະໂຍບາຍພາສີອາກອນອາດຈະສືບຕໍ່ແມ່ນ “ອາວຸດ” ທີ່ທ່ານ Donald Trump ນຳໃຊ້ໃນໄລຍະຈະມາເຖິງ ຖືກກັບຄຳຖະແຫຼງທີ່ປະທານາທບໍດີ ອາເມລິກາ ຍົກອອກມາໃນບັ້ນອອກຫາສຽງເລືອກຕັ້ງວ່າ ພາສີອາກອນ ແມ່ນ “ເຄື່ອງມືເຈລະຈາທີ່ດີທີ່ສຸດ” ເພື່ອບັນລຸໄດ້ຄວາມປະນີປະນອມຈາກບັນດາປະເທດອື່ນ. ທ່ານ Kevin Merritt, ຜູ້ອຳນວຍການຄົ້ນຄ້ວາທຶນຮອນ, ບໍລິສັດຫຼັກຊັບ Wedbush (ອາເມລິກາ) ໃຫ້ຂໍ້ສັງເກດວ່າ:
ຂ້າພະເຈົ້າຄິດວ່າ ນີ້ແມ່ນຍຸດທະວິທີທີ່ບັນລຸປະສິດທິຜົນຂອງທ່ານປະທານາທິບໍດີ Donald Trump. ພວກເຮົາໄດ້ເຫັນປະຈັກຕາບັນດາຄຳນາບຂູ່ລະອຽດເລັ່ງໃສ່ ໂຄລົມເບຍ ແລະ ເມັກຊີໂກ ຊື່ງໄດ້ບັງຄັບເຂົາເຈົ້ານັ່ງໃນໂຕະເຈລາຈາ ແລະ ປະນີປະນອມໂດຍໄວ. ປະຈຸບັນ ມັນກຳລັງບັນລຸປະສິດທິຜົນ ແຕ່ມັນມີປະສິດທິຜົນແນວໃດ ສຳລັບບັນດາປະເທດໃຫ່ຍກ່ວາ? ຂ້າພະເຈົ້າຄິດວ່າ ນັ້ນຈະແມ່ນເລື່ອງອື່ນ.
ສຳລັບບັນດາປະເທດທີ 3, ເລື່ອງຮັບຜົນປະໂຫຍດຈາກບັນດາການຜັນແປໃນດ້ານການຄ້າສາກົນປະຈຸບັນ ແມ່ນບໍ່ຈະແຈ້ງ. ທ່ານນາງ Yael Selfin, ຮອງປະທານ ແລະ ເປັນຫົວໜ້າຊ່ຽວຊານເສດຖະກິດຂອງ ບໍລິສັດກວດສອບບັນຊີ KPMG, ໃຫ້ຂໍ້ສັງເກດວ່າ:
ບາງພື້ນຖານເສດຖະກິດອາດຈະໄດ້ຊົມໃຊ້ ເມື່ອການຄ້າຫັນທິດ ຫຼືຈະມີທ່າໄດ້ປຽບ ເມື່ອສິນຄ້າຂອງເຂົາເຈົ້າຖືກກ່ວາ. ແຕ່ຈຸດເວລານີ້ ຍາກທີ່ຈະເວົ້າໄດ້ວ່າ ການກະທົບແທ້ຈິງແມ່ນຫຍັງ ຈົນກວ່າຈະຮອດເວລາທີ່ພວກເຮົາຮູ້ແຈ້ງລະດັບຮອບດ້ານຂອງການຕໍ່ສູ້ດ້ານນະໂຍບາຍພາສີອາກອນໃນໄລຍະຈະມາເຖິງ.
ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 3 ກຸມພາ, ທ່ານ Stephane Dujarric, ໂຄສົກ ສປຊ ໃຫ້ຮູ້ວ່າ ອົງການນີ້ ມີຄວາມວິຕົກກັງວົນກ່ຽວກັບການກະທົບທີ່ເພີ່ມຂຶ້ນ ຂອງບັນດາມາດຕະການຈຳກັດການຄ້າ ສຳລັບພື້ນຖານເສດຖະກິດທົ່ວໂລກ, ພິເສດແມ່ນສຳລັບບັນດາປະເທດພວມພັດທະນາ, ແຫ່ງທີ່ມີ ປຊຊ ໄດ້ຮັບຄວາມສ່ຽງງ່າຍ./.