• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈິມິນ ແລະ ນະຄອນຫຼວງ ວຽງຈັນ ຊຸກຍູ້ການຮ່ວມມືຢ່າງຮອບດ້ານ ແລະ ມີປະສິດທິຜົນ

ການນຳ 2 ຝ່າຍໄດ້ເຫັນດີຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຍູ້ໄວຄວາມຄືບໜ້າໃນການປະຕິບັດ 2 ໂຄງການການເງິນ - ພາສີອາກອນ, ເປີດກວ້າງບັນດາການສົ່ງເສີມການລົງທຶນ - ການຄ້າ.


ນະຄອນໂຮ່ຈິມິນແລະນະຄອນຫຼວງວຽງຈັນຊຸກຍູ້ການຮ່ວມມືຢ່າງຮອບດ້ານແລະມີປະສິດທິຜົນ

(ພາບ: dangcongsan.vn) 


ວັນທີ 15 ມິຖຸນາ, ຢູ່ນະຄອນໂຮ່ຈິມິນ, ຄະນະການນຳນະຄອນໂຮ່ຈິມິນ ໂດຍທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈິມິນ ນຳໜ້າ, ໄດ້ມີການພົບປະເຈລະຈາກັບຄະນະການນຳນະຄອນຫຼວງວຽງຈັນ, ປະເທດລາວ, ໂດຍທ່ານ ສິນລະວົງ ຄຸດໄພທຸນ, ເລຂາ, ເຈົ້າຄອງນະຄອນຫຼວງວຽງຈັນ, ນຳໜ້າ. 2 ຝ່າຍໄດ້ແລກປ່ຽນບົດຮຽນຄວາມຄືບໜ້າໃນການປະຕິບັດຂໍ້ຕົກລົງທີ່ໄດ້ຮັບການລົງນາມເມື່ອປີ 2017 ລະຫວ່າງນະຄອນໂຮ່ຈິມິນ ແລະ ນະຄອນຫຼວງວຽງຈັນ.

        ທີ່ການພົບປະເຈລະຈາ, ການນຳ 2 ຝ່າຍໄດ້ເຫັນດີຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຍູ້ໄວຄວາມຄືບໜ້າໃນການປະຕິບັດ 2 ໂຄງການການເງິນ - ພາສີອາກອນ, ເປີດກວ້າງບັນດາການສົ່ງເສີມການລົງທຶນ - ການຄ້າ; ເພີ່ມທະວີການສົມທົບກັນໃນຂົງເຂດກະສິກຳ ແລະ ພັດທະນາຊົນນະບົດ, ລະອຽດແມ່ນພັດທະນາການລ້ຽງສັດ, ປຸງແຕ່ງຜະລິດຕະພັນງົວພັນຊີ້ນ. 2 ຝ່າຍກໍ່ເຫັນດີເປັນເອກະພາບຊຸກຍູ້ບັນດາຮາກຖານ, ຂະແໜງ ແລະ ວິສາຫະກິດເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ນຳມາເຊິ່ງຜົນປະໂຫຍດລວມ; ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຮ່ວມມືລະຫວ່າງເມືອງ 5 (ນະຄອນໂຮ່ຈິມິນ) ແລະ ເມືອງ ສີໂຄດຕະບອງ (ນະຄອນຫຼວງວຽງຈັນ) ບົນເນື້ອໃນຈິດໃຈສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງນະຄອນໂຮ່ຈິມິນ ແລະ ນະຄອນຫຼວງວຽງຈັນ ເວົ້າສະເພາະ.

(ແຫຼ່ງຄັດຈາກ VOV)

ພິທີຕ້ອນຮັບຢ່າງສົມກຽດ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ

ພິທີຕ້ອນຮັບຢ່າງສົມກຽດ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໄດ້ເປັນປະທານໃນພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ.

Top