• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈີມິນ ກະຕຸ້ນການທ່ອງທ່ຽວຢູ່ກັບທີ່

      ການຊົມວິວນະຄອນໂຮ່ຈີມິນ ຈາກການລ່ອງເຮືອຕາມແມ່ນ້ຳໄດ້ສ້າງຄວາມປະທັບໃຈແບບແປກໃໝ່ໃຫ້ແກ່ແຂກທ່ອງທ່ຽວ. 
            ການທ່ອງທ່ຽວຢູ່ກັບທີ່ພວມແມ່ນທ່າອ່ຽງ ເຊິ່ງປະຊາຊົນນະຄອນໂຮ່ຈີມິນຫລາຍຄົນເລືອກເອົາ ໃນສະພາບໂລກລະບາດໂຄວິດ-19 ຍັງຜັນແປຢ່າງສັບສົນ, ເຮັດໃຫ້ແຂກທ່ອງທ່ຽວບໍ່ສາມາດໄປທ່ຽວຢູ່ໄກໄດ້. ເພື່ອກະຕຸ້ນການທ່ອງທ່ຽວ, ຂະແໜງການທ່ອງທ່ຽວນະຄອນໂຮ່ຈີມິນ ໄດ້ສ້າງບັນດາລາຍການໂປຣໂມຊັ່ນ / ຫລຸດລາຄາ ເພື່ອດຶງດູດແຂກທ່ອງທ່ຽວລົງພຶດຕິກຳຕົວຈິງບັນດາຜະລິດຕະພັນການທ່ອງທ່ຽວ ເຊິ່ງບໍ່ຕ້ອງໄປໄກ.
ການຊົມວິວນະຄອນໂຮ່ຈີມິນ ຈາກການລ່ອງເຮືອຕາມແມ່ນ້ຳໄດ້ສ້າງຄວາມປະທັບໃຈແບບແປກໃໝ່ໃຫ້ແກ່ແຂກທ່ອງທ່ຽວ (ພາບ: VOV)
      ຕາມ Saigontourist ແລ້ວ, ໃນໄຕມາດ 1 ປີ 2021, ບັນດາໂຮງແຮມຫລູຫລາຄື Grand, Rex, Caravelle ຫຼື Sheraton ໄຊງ່ອນ ກໍ່ລ້ວນແຕ່ປະຕິບັດລາຍການໂປຣໂມຊັ່ນຫລຸດລາຄາຫ້ອງນອນແຕ່ 30 – 55%. ທ່ານ ຫງວຽນຮົ່ງກ໋ວາງ, ຮອງຜູ້ອຳນວຍການໂຮງແຮມ Rex ໄຊງ່ອນ ໃຫ້ຮູ້ວ່າ: ນອກຈາກລາຍການຫລດລາຄາຫ້ອງນອນແລ້ວ ຍັງມີລາຄາພິເສດກ່ຽວກັບການບໍລິການອາຫານ ເພື່ອດຶງດູດແຂກທ່ອງທ່ຽວນຳອີກ.
          ລາຍການອາຫານຂອງໂຮງແຮມພວກຂ້າພະເຈົ້າໄດ້ຫລຸດລາຄາ 25%. ຕອນທ່ຽງມີລາຍການອາຫານ ເປັນຊຸດ 300.000 ດົ່ງ ຫລື ຫລຸດລາຄາລົງ 50%. ຕອນແລງມີບັນດາລາຍການອາຫານໂປຣໂມຊັ່ນຄື “ຊື້ຫນຶ່ງແຖມໜຶ່ງ”. ຜ່ານນັ້ນ, ແຂກຈະຮູ້ວ່າ ໂຮງແຮມ 5 ດາວ ບໍ່ພຽງແຕ່ສະຫງວນໃຫ້ແຂກຊັ້ນຄົນຫລູຫລາເທົ່ານັ້ນ ຫາກຍັງໃຫ້ແຂກຊັ້ນຄົນກາງໃນສັງຄົມອີກດ້ວຍ.
            ກໍ່ເຂົ້າຮ່ວມຍຸດທະສາດກະຕຸ້ນການທ່ອງທ່ຽວຢູ່ກັບທີ່, ບັນດາເຂດທ່ອງທ່ຽວຄື ບີ່ງເກີວຍ, ຊວຍຕຽນ, ເດີມແຊນ, ວ່າມຊ໊າດ ຢູ່ ເກີນເຢີ ຫຼື ໂມດທ໊ວາງຫວຽດນາມ ຢູ່ ກູຈີ…ລ້ວນແຕ່ມີບັນດາລາຍການຫລຸດລາຄາທີ່ດຶງດູດໃຈ, ຮັບໃຊ້ຄວາມຕ້ອງການລະຫຼິ້ນ, ບັນເທິງ ແລະ ລົງພຶດຕິກຳຕົວຈິງໃຫ້ແກ່ປະຊາຊົນນະຄອນໂຮ່ຈີມິນ. ຜະລິດຕະພັນການທ່ອງທ່ຽວໜຶ່ງອີກ ກໍ່ໄດ້ຮັບການຕອບສະໜອງຈາກປະຊາຊົນນະຄອນໂຮ່ຈີມິນ ໃນໄລຍະຜ່ານມາ ນັ້ນແມ່ນ tour ຂີ່ເຮືອ “ຊົມຍາມສາຍັນ” ແລະ “ຊົມວິວຍາມຄ່ຳ” ຢູ່ແມ່ນ້ຳໄຊງ່ອນ.
            ຖ້າກ່ອນນີ້, ບັນດາ tour ດ້ວຍເຮືອນີ້ ແມ່ນຮັບໃຊ້ແຂກທ່ອງທ່ຽວຕ່າງປະເທດ ແລະ ແຂກທີ່ມາຈາກບັນດາແຂວງອື່ນເປັນຕົ້ນ ແຕ່ເມື່ອໂຄວິດ-19 ແຜ່ລະບາດ, ແຂກທ່ອງທ່ຽວມານີ້ ລ້ວນແຕ່ແມ່ນແຂກທ່ອງທ່ຽວພາຍໃນນະຄອນ. ບໍລິສັດເຮືອໃບດົງເຢືອງ (ອິນດູຈີນ) ໄດ້ສ້າງ tour ລາຄາຖືກ ມີພຽງແຕ່ 100.000 ດົ່ງຕໍ່ຄົນເທົ່ານັ້ນ ສະນັ້ນ ຈຶ່ງດຶງດູດປະຊາຊົນນະຄອນໂຮ່ຈີມິນ ມາໃຊ້ບໍລິການທ່ອງທ່ຽວເປັນຈຳນວນຫລາຍ. ທ່ານ ອານເຊີນເລີມ, ຜູ້ອຳນວຍການບໍລິສັດເຮືອໃບດົງເຢືອງ ໃຫ້ຮູ້ວ່າ:
            ບໍລິສັດຂອງພວກຂ້າພະເຈົ້າເປີດ tour ຊົມວິວຍາມສາຍັນລ່ອງຕາມແມ່ນ້ຳ ແມ່ນໄດ້ຮັບການສະໜັບສະໜູນຈາກແຂກທ່ອງທ່ຽວເປັນຈຳນວນຫລວງຫລາຍ. ຫລາຍຄົນເວົ້າວ່າ ດຳລົງຊີວິດຢູ່ໄຊງ່ອນດົນແລ້ວ ແຕ່ບໍ່ຮູ້ tour ທ່ອງທ່ຽວຄືແບບນີ້. ເມື່ອຄວບຄຸມ ໂຄວິດ-19 ໄດ້, ທຸກຄົນກໍ່ຍັງຮູ້ຈັກເຖິງຜະລິດຕະພັນການທ່ອງທ່ຽວທີ່ດຶງດູດໃຈຂອງນະຄອນໂຮ່ຈີມິນນີ້ ສະນັ້ນ ໃນອະນາຄົດ ພວກຂ້າພະເຈົ້າສືບຕໍ່ຮັກສາໄດ້ຈຳນວນແຂກທ່ອງທ່ຽວຂອງນະຄອນໂຮ່ຈີມິນ.
            ການຊົມວິວນະຄອນໂຮ່ຈີມິນ ຈາກການລ່ອງເຮືອຕາມແມ່ນ້ຳໄດ້ສ້າງຄວາມປະທັບໃຈແບບແປກໃໝ່ໃຫ້ແກ່ແຂກທ່ອງທ່ຽວ. ພາຍຫລັງໄດ້ລົງພຶດຕິກຳຕົວຈິງແລ້ວ, ຫລາຍຄົນກໍ່ໄດ້ແນະນຳຕໍ່ໃຫ້ໝູ່ເພື່ອນ, ຍາດພີ່ນ້ອງຊື້ tour ນີ້. ກໍ່ຄືກັນກັບ tour ດ້ວຍເຮືອລ່ອງຕາມແມ່ນ້ຳ, tour ໄປທັດສະນະສຶກສາໃຈກາງນະຄອນໂຮ່ຈີມິນ ດ້ວຍລົດເມ 2 ຊັ້ນຂອງບໍລິສັດ ແອງຫວຽດ ໄດ້ຫລຸດລາຄາກ່ວາ 50%, ແຕ່ 350.000 ດົ່ງເຫຼືອພຽງແຕ່ 150.000 ດົ່ງເທົ່ານັ້ນ.  ລົດເມສາຍດັ່ງກ່າວ ຍັງແລ່ນຜ່ານບັນດາສະຖານທີ່ລືຊື່ຄື ທຳນຽບເອກະລາດ, ໂບດດຶກບາ, ຖະໜົນຫງວຽນເຫ້ວ, ໂຮງລະຄອນນະຄອນ…ແຕ່ການໄປທ່ຽວຊົມວິວນະຄອນຈາກຈຸດສູງ ກໍ່ໄດ້ສ້າງກຳລັງດູດດື່ມອັນແປກໃໝ່ມໃຫ້ແກ່ tour ທ່ອງທ່ຽວນີ້. ອ້າຍ ຢາຮູຍ, ແຂກທ່ອງທ່ຽວທີ່ເຄີຍໃຊ້ບໍລິການ tour ທ່ອງທ່ຽວນີ້ ແບ່ງປັນວ່າ:
            ຂ້າພະເຈົ້າດຳລົງຊີວິດຢູ່ນະຄອນ ໂຮ່ຈີມິນ ມາເປັນເວລາຫລາຍປີແລ້ວ, ໄດ້ໄປຫລາຍບ່ອນແລ້ວ ແຕ່ນັ່ງລົດເມແບບນີ້ ຂ້າພະເຈົ້າຮູ້ສຶກສະບາຍໃຈ ແລະ ເຫັນວ່າ ນະຄອນໂຮ່ຈີມິນ ງາມຫລາຍ.
tour ໄປທັດສະນະສຶກສາໃຈກາງນະຄອນໂຮ່ຈີມິນ ດ້ວຍລົດເມ 2 ຊັ້ນ (ພາບ: VOV)
      The Myst ດົ່ງເຂີຍ ແມ່ນໜຶ່ງໃນຈຳນວນຫລາຍສະຖານທີ່ພັກເຊົາຂອງນະຄອນ ໂຮ່ຈີມິນ ທີ່ພວມປະຕິບັດລາຍການກະຕຸ້ນການທ່ອງທ່ຽວຢູ່ກັບທີ່ ເພື່ອດຶງດູດປະຊາຊົນລົງພຶດຕິກຳຕົວຈິງ. ໃນໂອກາດບຸນເຕັດປີສະຫລູ 2021 ຜ່ານມາ, ເຊິ່ງໄດ້ຈອງຫ້ອງນອນຢູ່ໂຮມແຮມ The Myst ດົ່ງເຂີຍ (ເມືອງ 1) ເພື່ອ ພັກຜ່ອນບຳລຸງສຸຂະພາບ, ເອື້ອຍ ເຈືອງງອັກອີ, ຢູ່ເມືອງ 12, ນະຄອນ ໂຮ່ຈີມິນ ຮູ້ສຶກມີຄວາມເພິ່ງພໍໃຈກ່ຽວກັບການບໍລິການຢູ່ໂຮງແຮມດັ່ງກ່າວ.
            ຂ້າພະເຈົ້າເລືອກຢູ່ໂຮງແຮມ The Myst ດົ່ງເຂີຍ ຍ້ອນການອອກແບບງາມ, ການບໍລິການຫລູຫລາ 5 ດາວ. ຂ້າພະເຈົ້າໄດ້ຮູ້ວ່າ ກ່ອນນີ້ ລາຄາໜຶ່ງມຶ້ື້ບໍ່ຕ່ຳກ່ວາ 4 ລ້ານດົ່ງ ແຕ່ດຽວນີ້ ມີພຽງແຕ່ເຄິ່ງໜຶ່ງຂອງຈຳນວນເງິນດັ່ງກ່າວ ກໍ່ສາມາດຈອງຫ້ອງນອນທີ່ງາມ ເພື່ອພັກຜ່ອນໄດ້ແລ້ວ. ຂ້າພະເຈົ້າຄິດວ່າ ບັນດາໂຮງແຮມຢູ່ນະຄອນ ໂຮ່ຈີມິນ ສາມາດຍູ້ແຮງການຫລຸດລາຄາ ແລະ ໂຄສະນາຫລາຍກ່ວາອີກ ເພື່ອໃຫ້ປະຊາຊົນສາມາດພັກຜ່ອນໄລຍະສັ້ນໆແຕ່ 1 – 2 ວັນ ເຊິ່ງບໍ່ຕ້ອງໄປໄກ.
            ບັນດາລາຍການທ່ອງທ່ຽວຢູ່ກັບທີ່ຢູ່ນະຄອນ ໂຮ່ຈີມິນ ສາມາດດຶງດູດທຸກປະເພດແຂກທ່ອງທ່ຽວ. ເມື່ອບັນດາວິສາຫະກິດທ່ອງທ່ຽວຮູ້ຈັກວິທີຂຸດຄົ້ນທ່າໄດ້ປຽບ, ມີບັນດາຜະລິດຕະພັນທ່ອງທ່ຽວທີ່ແປກໃໝ່, ດຶງດູດ ແລະ ຍູ້ແຮງການໂຄສະນາກ່ວາອີກ, ກໍ່ຈະສ້າງທ່ວງທ່າບຸກທະລຸໃຫ້ແກ່ຂະແໜງການທ່ອງທ່ຽວ, ເປັນຕົ້ນແມ່ນໄລຍະຫລັງໂຄວິດ-19./.
(ແຫຼ່ງຄັດຈາກ VOV)
 


ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top