• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່​ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ສະ​ໂລ​ວາ​ກີ ຢ້ຽມ​ຢາມ​ລັດ​ເຊຍ, ປຶກ​ສາ​ຫາ​ລື​ບັນ​ຫາ​ສະ​ໜອງ​ອາຍ​ແກັດ​ທຳ​ມະ​ຊາດ

ການນຳສອງທ່ານໄດ້ປຶກສາຫາລືຫຼາຍບັນຫາກ່ຽວກັບສະພາບການສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ກໍ່ຄືບັນດາບັນຫາຮ່ວມມືທາງດ້ານພະລັງງານ, ເປັນຕົ້ນແມ່ນການສະໜອງອາຍແກັດທຳມະຊາດ ຂອງລັດເຊຍ.
ທ່ານ Robert Fico ນາຍົກລັດຖະມົນຕີ ສະໂລວາກີ ແລະ ທ່ານປະທານາທາບໍດີ ລັດເຊຍ Vladimir Putin

ວັນທີ 22 ທັນວາ, ທ່ານ Robert Fico ນາຍົກລັດຖະມົນຕີ ສະໂລວາກີ ໄດ້ມີການຢ້ຽມຢາມ ລັດເຊຍ ແລະ ພົບປະເຈລະຈາກັບທ່ານປະທານາທາບໍດີ ລັດເຊຍ Vladimir Putin. ຕາມ ທ່ານ Dmitry Peskov ເລຂານຸການຝ່າຍສື່ມວນຊົນ ວັງ Kremlin ແລ້ວ, ການນຳສອງທ່ານໄດ້ປຶກສາຫາລືຫຼາຍບັນຫາກ່ຽວກັບສະພາບການສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ກໍ່ຄືບັນດາບັນຫາຮ່ວມມືທາງດ້ານພະລັງງານ, ເປັນຕົ້ນແມ່ນການສະໜອງອາຍແກັດທຳມະຊາດ ຂອງລັດເຊຍ.

ການຢ້ຽມຢາມ ລັດເຊຍຂອງທ່ານນາຍົກລັດຖະມົນຕີ Robert Fico ໃນສະພາບການທີ່ຢູແກຼນເດັດດ່ຽວບໍ່ຕໍ່ກຳນົດເວລາສັນຍາຂົນສົ່ງອາຍແກັດ, ຄາດວ່າຈະໝົດອາຍຸໃນວັນທີ 1 ມັງກອນຈະມາເຖິງ ເຊິ່ງນາບຂູ່ຢ່າງຮ້າຍແຮງເຖິງຄວາມໝັ້ນຄົງດ້ານພະລັງງານຂອງ ສະໂລວາກີ. ດັ່ງນັ້ນ, ການຢ້ຽມຢາມແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງ ສະໂລວາກີເພື່ອແນໃສ່ຮັບປະກັນສືບຕໍ່ໄດ້ຮັບແຫຼ່ງສະໜອງອາຍແກັດຈາກລັດເຊຍ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top