• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ Vladimir Putin ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ເປັນສະ​ໄໝ​ທີ 5

ໃນການເລືອກຕັ້ງປະທານາທິບໍດີ ລັດເຊຍ ຄັ້ງທີ 8, ໄດ້ດຳເນີນແຕ່ວັນທີ 15 – 17 ມີນາ ຜ່ານມາ, ທ່ານ Vladimir Putin ຍາດໄດ້ໄຊຊະນະຢ່າງຂາດຂັ້ນ ນັບແຕ່ການເລືອກຕັ້ງຮອບທຳອິດ, ດ້ວຍຈຳນວນຫຼາຍກວ່າ 87% ຈຳນວນບັດສະໜັບສະໜູນ.
ທ່ານ Vladimir Putin ປະຕິຍານໃນພິທີຮັບດຳລົງຕຳແໜ່ງ (ພາບ: AFP)

ຕອນບ່າຍວັນທີ 07 ພຶດສະພາ, ພິທີຮັບດຳລົງຕຳແໜ່ງຂອງທ່ານປະທານາທິບໍດີ ລັດເຊຍ, Vladimir Putin ໄດ້ດຳເນີນຢູ່ວັງ Kremlin. ນີ້ແມ່ນພິທີຮັບດຳລົງຕຳແໜ່ງເປັນປະທານາທິບໍດີສະໄໝທີ 5 ໃນພາລະກິດການເມືອງຂອງທ່ານ Putin,  ໂດຍຊ່ອງໜ້າບັນດາສະມາຊິກໃນສະພາສູງ, ສະພາຕ່ຳສະຫະພັນ ລັດເຊຍ ແລະ ຜູ້ພິພາກສາສານລັດຖະທຳມະນຸນ ລັດເຊຍ, ທ່ານ Vladimir Putin ໄດ້ປະຕິຍານເຄົາລົບ ແລະ ປົກປ້ອງບັນດາສິດ ແລະ ສິດເສລີຂອງມະນຸດ ແລະ ພົນລະເມືອງ, ປະຕິບັດ ແລະ ປົກປ້ອງລັດຖະທຳມະນຸນ ສະຫະພັນ ລັດເຊຍ, ປົກປັກຮັກສາອະທິປະໄຕ ແລະ ເອກະລາດ, ຄວາມໝັ້ນຄົງ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ລັດ, ຈົງຮັກພັກດີຮັບໃຊ້ປະຊາຊົນ. ຫຼັງຈາກນັ້ນ, ປະທານສານລັດຖະທຳມະນຸນ ສະຫະພັນ ລັດເຊຍ ໄດ້ປະກາດປະທານາທິບໍດີໄດ້ຮັບດຳລົງຕຳແໜ່ງ.

ກ່ອນໜ້ານັ້ນ, ໃນການເລືອກຕັ້ງປະທານາທິບໍດີ ລັດເຊຍ ຄັ້ງທີ 8, ໄດ້ດຳເນີນແຕ່ວັນທີ 15 – 17 ມີນາ ຜ່ານມາ, ທ່ານ Vladimir Putin ຍາດໄດ້ໄຊຊະນະຢ່າງຂາດຂັ້ນ ນັບແຕ່ການເລືອກຕັ້ງຮອບທຳອິດ, ດ້ວຍຈຳນວນຫຼາຍກວ່າ 87% ຈຳນວນບັດສະໜັບສະໜູນ.

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top