• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ Mattarella ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອີຕາລີ ຄືນໃຫມ່

      ວັນທີ 29 ມັງກອນ, ໃນຮອບປ່ອນບັດເລືອກຕັ້ງຄັ້ງທີ 8 ດ້ວຍການເຂົ້າຮ່ວມຂອງສະມາຊິກລັດຖະສະພາ ແລະ ຜູ້ແທນໃນເຂດຂອງສະພາຕ່ຳ ອີຕາລີ, ທ່ານ Sergio Mattarella ໄດ້ລື່ນກາຍລະດັບ 505 ບັດເລືອກຕັ້ງເພື່ອດຳລົງຕຳແຫນ່ງປະທານາທິບໍດີ ອີຕາລີ ຄືນໃຫມ່.
ທ່ານ Sergio Mattarella ກ່າວຄຳເຫັນພາຍຫລັງໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ອີຕາລີ ຄືນໃຫມ່. ພາບ: AFP/TTXVN
      ກ່າວຄຳເຫັນທີ່ທຳນຽບປະທານາທິບໍດີ ພາຍຫລັງໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອາຍຸການທີສອງ, ທ່ານ Sergio Mattarella ຢືນຢັນ: ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຕອບສະຫນອງຄວາມມຸ່ງມາດປາດຖະຫນາ ແລະ ຄວາມຄາດຫວັງ ຂອງປະຊາຊົນອີຕາລີ. ທ່ານ ກໍ່ໃຫ້ຮູ້ວ່າ ວິກິດການໂລກລະບາດໂຄວິດ 19 ພ້ອມກັບສິ່ງທ້າທາຍກ່ຽວກັບເສດຖະກິດ ສັງຄົມ ຊື່ງ ອີຕາລີ ພວມປະເຊີນຫນ້າ ແມ່ນສາຍເຫດເລັ່ງລັດທ່ານ ຍອມຮັບຄຳສະເຫນີຂອງສະພາແຫ່ງຊາດປະເທດນີ້ ເພື່ອສືບຕໍ່ຮັບດຳລົງຕຳແຫນ່ງປະມຸກລັດ.
(ແຫຼ່ງຄັດຈາກ VOV)

ອາເມລິກາ ຜ່ອນຜັນຄຳສັ່ງລົງໂທດຕໍ່ກັບນ້ຳມັນເຊື້ອເພີງ ອິຣານ ຢູ່ທະເລໂດຍຊົ່ວຄາວ

ອາເມລິກາ ຜ່ອນຜັນຄຳສັ່ງລົງໂທດຕໍ່ກັບນ້ຳມັນເຊື້ອເພີງ ອິຣານ ຢູ່ທະເລໂດຍຊົ່ວຄາວ

ເຕເຮຣານ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ກຳປັ່ນ ຍີ່ປຸ່ນ ໄປຜ່ານຊ່ອງແຄບທະເລ Hormuz.

Top