• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ເລຂາທິການໃຫຍ່ ໂຕເລີມ: ບຸກທະລຸລະບອບລະບຽບການ, ກົດໝາຍ ເພື່ອໃຫ້ປະເທດຊາດບືນຕົວຂຶ້ນ

ວັນທີ 4 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລີມ ມີບົດຂຽນ “ບຸກທະລຸລະບອບລະບຽບການ, ກົດໝາຍເພື່ອໃຫ້ປະເທດຊາດບືນຕົວຂຶ້ນ”, ໃນນັ້ນ ເນັ້ນຫນັກເຖິງ 5 ໝວດຫນ້າທີ່, ມາດຕະການພື້ນຖານ.
ສະຫາຍເລຂາທິການໃຫຍ່ ໂຕເລີມ
ເປີດສາກບົດຂຽນ ທ່ານເລຂາທິການໃຫຍ່ ທົບທວນຄືນບັນດາໝາກຜົນສຳຄັນ ກ່ຽວກັບການປັບປຸງລະບອບລະບຽບການ, ກົດໝາຍ ຢູ່ ຫວຽດນາມ ໃນບັນດາໄລຍະປະຫວັດສາດໃນຕະຫລອດ 80 ປີຜ່ານມາ ພ້ອມທັງຊີ້ໃຫ້ເຫັນບາງຂໍ້ຈຳກັດ, ຂາດຕົກບົກຜ່ອງຄວນປັບປຸງ. ຕາມທ່ານເລຂາທິການໃຫຍ່ ໂຕເລິມ ແລ້ວ, ປະຈຸບັນ ໂລກພວມຢືນຢູ່ຕໍ່ຫນ້າບັນດາການປ່ຽນແປງທີ່ມີລັກສະນະຍຸກສະໄຫມ ສະນັ້ນ ເພື່ອຫັນຄວາມຄາດຫວັງບືນຕົວຂຶ້ນຂອງປະເທດຊາດໃຫ້ປະກົດຜົນເປັນຈິງ, ມີຫນ້າທີ່ສຳຄັນຂອງ ຫວຽດນາມ ນັ້ນແມ່ນຕ້ອງສືບຕໍ່ເອົາໃຈໃສ່ປັບປຸງລະບອບລະບຽບການ, ກົດໝາຍເພື່ອປົດປ່ອຍທັງໝົດກຳລັງການອອກແຮງງານ, ແກ້ໄຂຂໍ້ຕິດຄັດຂອງທຸກແຫລ່ງກຳລັງ, ເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນ, ທ່າແຮງຂອງປະເທດຊາດ, ຍາດແຍ່ງທຸກກາລະໂອກາດເພື່ອພັດທະນາ.

(ແຫຼ່ງຄັດຈາກ VOV)

ຮ່າ​ໂນ້ຍ ຈັດຫຼາຍ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ຮ່າ​ໂນ້ຍ ຈັດຫຼາຍ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດຊາດ​ເປັນ​ເອ​ກະ​ພາບ ວັນ​ທີ 30 ເມ​ສາ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ​ ທີ 01 ພຶດ​ສະ​ພາ ປີ 2026, ຂະ​ແໜງ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ແລະ ສະ​ຖານ​ທີ່ຢ​້ຽມ​ຊົມ​ຕ່າງໆ​ໄດ້​ຈັດຫຼາຍ​ກິດ​ຈະ​ກຳ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່, ລັກ​ສະ​ນະ​ລົງ​ຕົວ​ຈິງ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ.

Top