• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບບັນດາ ເອກອັກຄະລັດຖະທູດຍື່ນສານຕາຕັ້ງ

ຕອນເຊົ້າວັນທີ 27 ກຸມພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ 7 ປະເທດແມ່ນ  ລາຊະອານາຈັກ        ກຳປູເຈຍ,      ສະວິດ ,     ສາທາລະນະລັດ ເວເນຊູເອລາ, ສາທາລະນະລັດ  ເກຼັກ, ລາຊະອານາຈັກລຸກຊຳບວກ, ສາທາລະນະລັດ ປາຣາກວາຍ, ລາຊະອານາຈັກ ຈໍແດນ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດໄດ້ແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມປະຈຳ ຫວຽດນາມ.

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຫວຽດນາມ ແລະ ບັນດາເອກອັກຄະລັດຖະທູດ (ພາບ: TTXVN)

ຫຼັງຈາກພິທີຍື່ນສານຕາຕັ້ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດເຫຼົ່ານັ້ນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເຊື່ອໝັ້ນວ່າໃນອາຍຸການນີ້, ດ້ວຍບົດຮຽນ, ລະດັບຄວາມຮູ້, ກຳລັງຄວາມສາມາດ ແລະ ຄວາມເຂົ້າໃຈກ່ຽວກັບ ຫວຽດນາມ, ບັນດາເອກອັກຄະລັດຖະທູດຈະປະຕິບັດສຳເລັດໜ້າທີ່ສຳຄັນທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ, ສືບຕໍ່ແມ່ນຂົວຕໍ່, ປະກອບສ່ວນສຳຄັນໃຫ້ແກ່ການເພີ່ມພູນຄູນສ້າງ, ພັດທະນາກ່ວາອີກສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ເຊິ່ງບັນດາເອກອັກຄະລັດຖະທູດເປັນຜູ້ຕາງໜ້າ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຢັ້ງຢືນວ່າ ລັດ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດເປັນຢ່າງດີ; ຫວັງວ່າໃນອາຍຸການວຽກງານຂອງຕົນຢູ່ຫວຽດນາມໃນນາມສ່ວນຕົວເອກອັກຄະລັດຖະທູດຈະສ້າງຄວາມປະທັບໃຈອັນດີງາມ; ສາຍພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດເຊິ່ງບັນດາເອກອັກຄະລັດຖະທູດຕາງໜ້າຈະມີບາດກ້າວພັດທະນາໃໝ່, ມີຄວາມດີງາມກ່ວາອີກ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top