• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ນາຍົກລັດຖະມົນຕີ ເລມິນຮຶງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ

ໃນວາລະຕ້ອນຮັບ, ທ່ານ ນາຍົກລັດຖະມົນຕີ ເລມິນຮຶງ ໄດ້ສະເໜີໃຫ້ ສອງຝ່າຍ ຕັ້ງໜ້າ ແລກປ່ຽນ ກ່ຽວກັບ ຄວາມສາມາດ ໃນການເຈລະຈາ ສັນຍາ ການຄ້າ ເສລີ (FTA) ສອງຝ່າ
  ທ່ານ ເລມິນຮຶງ ນາຍົກລັດຖະມົນຕີ ຫວຽດ​ນາມ ໃຫ້​ການຕ້ອນຮັບ ທ່ານ Pabitra Margherita, ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 26 ສິງ​ຫາ, ຢູ່ສຳນັກງານລັດຖະບານ (ນະຄອນຫຼວງ ຮ່າໂນ້ຍ), ທ່ານ ເລມິນຮຶງ ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ໃຫ້​ການຕ້ອນຮັບ ທ່ານ Pabitra Margherita, ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ ເຂົ້າຢ້ຽມຂ່ຳ​ນັບໃນໂອກາດ ທີ່ທ່ານ ລັດຖະມົນຕີການ​ຕ່າງ​ປະ​ເທດອິນ​ເດຍ ໄປຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມ ບັນດາກິດຈະກຳ ສະເຫຼີມສະຫຼອງ ວັນສ້າງຕັ້ງ ສາຍພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ລະຫວ່າງ ສອງປະເທດ (2016-2026) ຄົບຮອບ 10 ປີ.

ໃນວາລະຕ້ອນຮັບ, ທ່ານ ນາຍົກລັດຖະມົນຕີ ເລມິນຮຶງ ໄດ້ສະເໜີໃຫ້ ສອງຝ່າຍ ຕັ້ງໜ້າ ແລກປ່ຽນ ກ່ຽວກັບ ຄວາມສາມາດ ໃນການເຈລະຈາ ສັນຍາ ການຄ້າ ເສລີ (FTA) ສອງຝ່າຍ, ຜ່ານນັ້ນ ສ້າງເງື່ອນໄຂ ເອື້ອອຳນວຍ ໃຫ້ການຄ້າ, ເຊື່ອມຕໍ່ສອງພື້ນຖານ ເສດຖະກິດ ແລະ ແກ້ໄຂ ບັນດາ ຂໍ້ຕິດຂັດ ໃນການເຂົ້າເຖິງ ຕະຫຼາດ, ສູ້ຊົນ ໃຫ້ບັນລຸເປົ້າ​ໝາຍການຄ້າ ສອງສົ້ນ 25 ຕື້ໂດລາສະຫະລັດ ແລະ ເພີ່ມການລົງທຶນສອງ​ສົ້ນ ຂຶ້ນ​ທົບສອງເທົ່າ

ໃນການແລກປ່ຽນກ່ຽວກັບການຮ່ວມມືໃນພາກ​ພື້ນ ແລະ ສາກົນ, ສອງຝ່າຍ ໄດ້ເຫັນດີ ເປັນເອກະພາບ ສືບຕໍ່ ປະສານ​ສົມ​ທົບ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ຊຸກຍູ້ສັນຕິພາບ, ຄວາມໝັ້ນ​ຄົງ, ການຮ່ວມມື ແລະ ການພັດທະນາ ຢູ່ ເຂດມະຫາສະໝຸດ ອິນເດຍ-ປາຊີຟິກ.

(ແຫຼ່ງຄັດຈາກ VOV

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດວຽກກ່ຽວກັບແຜນການເພີ່ມທະວີການສ້າງ, ປັບປຸງພັກ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດວຽກກ່ຽວກັບແຜນການເພີ່ມທະວີການສ້າງ, ປັບປຸງພັກ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງບັນດາໝາກຜົນທີ່ບັນລຸໄດ້ໃນການປະຕິບັດຂໍ້ສະຫຼຸບເລກທີ 21 ກ່ຽວກັບການກໍ່ສ້າງ, ປັບປຸງພັກແມ່ນມີຄວາມສຳຄັນຍິ່ງ ແລະ ມີຄວາມໝາຍຢ່າງຍາວນານ.

Top