ໃນວາລະຕ້ອນຮັບ, ທ່ານ ນາຍົກລັດຖະມົນຕີ ເລມິນຮຶງ ໄດ້ສະເໜີໃຫ້ ສອງຝ່າຍ ຕັ້ງໜ້າ ແລກປ່ຽນ ກ່ຽວກັບ ຄວາມສາມາດ ໃນການເຈລະຈາ ສັນຍາ ການຄ້າ ເສລີ (FTA) ສອງຝ່າ
ທ່ານ ເລມິນຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບ ທ່ານ Pabitra Margherita, ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ (ພາບ: VNA)
ຕອນບ່າຍວັນທີ 26 ສິງຫາ, ຢູ່ສຳນັກງານລັດຖະບານ (ນະຄອນຫຼວງ ຮ່າໂນ້ຍ), ທ່ານ ເລມິນຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Pabitra Margherita, ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ ເຂົ້າຢ້ຽມຂ່ຳນັບໃນໂອກາດ ທີ່ທ່ານ ລັດຖະມົນຕີການຕ່າງປະເທດອິນເດຍ ໄປຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມ ບັນດາກິດຈະກຳ ສະເຫຼີມສະຫຼອງ ວັນສ້າງຕັ້ງ ສາຍພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ລະຫວ່າງ ສອງປະເທດ (2016-2026) ຄົບຮອບ 10 ປີ.
ໃນວາລະຕ້ອນຮັບ, ທ່ານ ນາຍົກລັດຖະມົນຕີ ເລມິນຮຶງ ໄດ້ສະເໜີໃຫ້ ສອງຝ່າຍ ຕັ້ງໜ້າ ແລກປ່ຽນ ກ່ຽວກັບ ຄວາມສາມາດ ໃນການເຈລະຈາ ສັນຍາ ການຄ້າ ເສລີ (FTA) ສອງຝ່າຍ, ຜ່ານນັ້ນ ສ້າງເງື່ອນໄຂ ເອື້ອອຳນວຍ ໃຫ້ການຄ້າ, ເຊື່ອມຕໍ່ສອງພື້ນຖານ ເສດຖະກິດ ແລະ ແກ້ໄຂ ບັນດາ ຂໍ້ຕິດຂັດ ໃນການເຂົ້າເຖິງ ຕະຫຼາດ, ສູ້ຊົນ ໃຫ້ບັນລຸເປົ້າໝາຍການຄ້າ ສອງສົ້ນ 25 ຕື້ໂດລາສະຫະລັດ ແລະ ເພີ່ມການລົງທຶນສອງສົ້ນ ຂຶ້ນທົບສອງເທົ່າ
ໃນການແລກປ່ຽນກ່ຽວກັບການຮ່ວມມືໃນພາກພື້ນ ແລະ ສາກົນ, ສອງຝ່າຍ ໄດ້ເຫັນດີ ເປັນເອກະພາບ ສືບຕໍ່ ປະສານສົມທົບ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ການພັດທະນາ ຢູ່ ເຂດມະຫາສະໝຸດ ອິນເດຍ-ປາຊີຟິກ.