• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ ເວືອງ​ດິ່ງ​ເຫ້ວ​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ຂັ້ນ​ສູງກຸ່ມ​ບໍ​ລິ​ສັດ J Trust

ຕອຍບ່າຍວັນທີ 29 ມີນາ, ຢູ່ ສຳນັກງານລັດຖະບານ, ທ່ານ ເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Nobiru Adachi, ຜູ້ອຳນວຍການຝ່າຍບໍລິຫານຂັ້ນສູງຂອງກຸ່ມບໍລິສັດ J Trust.

ທ່ານ ເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Nobiru Adachi, ຜູ່ອຳນວຍການຝ່າຍບໍລິຫານຂັ້ນສູງຂອງກຸ່ມບໍລິສັດ J Trust (ພາບ: TTXVN)
ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີໄດ້ຕີລາຄາສູງບົດຮຽນຂອງກຸ່ມບໍລິສັດໃນການສ້າງໂຄງປະກອບບັນດາອົງການຈັດຕັ້ງສິນເຊື່ອຄືນໃໝ່ ແລະ ເໝາະສົມກັບແຜນນະໂຍບາຍຂອງລັດຖະບານ ຫວຽດນາມ ແມ່ນສ້າງເງື່ອນໄຂໃຫ້ແກ່ບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະ ແມ່ນບັນດານັກລົງທຶນທີ່ມີກຳລັງຄວາມສາມາດບົ່ມຊ້ອນດ້ານການເງິນ ແລະ ການບໍລິຫານເພື່ອຊື້ຄືນ ແລະ ພັດທະນາບັນດາທະນາຄານທີ່ອ່ອນແອຢູ່ ຫວຽດນາມ, ໃນນັ້ນ ມີ CBBank. ແລະຢັ້ງຢືນວ່າ, ລັດຖະບານ ຫວຽດນາມ ຢາກຊອກຫາຄູ່ຮ່ວມມືເພື່ອໂອນກຳມະສິດ ຫຼື ຂາຍ CBBank ໃຫ້ແກ່ບັນດາຄູ່ຮ່ວມມືເພື່ອສ້າງໂຄງປະກອບທະນາຄານນີ້ຄືນໃໝ່. ທ່ານຮອງນາຍົກລັດທະມົນຕີສະເໜີໃຫ້ J Trust ສຶກສາຄົ້ນຄ້ວາ, ແລກປ່ຽນກັບ CBBank ແລະ ທະນາຄານແຫ່ງລັດ ກ່ຽວກັບວິທີການຊື້ຂາຍ, ບົນພື້ນຖານນັ້ນ, ທະນາຄານແຫ່ງລັດ ຈະຢືນສະເໜີຕໍ່ລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ ເພື່ອພິຈາລະນາ ແລະ ແກ້ໄຂໂດຍໄວ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜຼນ​ສິດ​ຕັດ​ສິນ​ເອງ ແລະ ຊຸກ​ຍູ້​ວິ​ວັດ​ການ​ປົດ​ປ່ອຍ​ອາ​ນາ​ນິ​ຄົມ

ຫວຽດ​ນາມ ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜຼນ​ສິດ​ຕັດ​ສິນ​ເອງ ແລະ ຊຸກ​ຍູ້​ວິ​ວັດ​ການ​ປົດ​ປ່ອຍ​ອາ​ນາ​ນິ​ຄົມ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ວິ​ທີ​ການ​ເຂົ້າ​ເຖິງ​ຕາມ​ແຕ່​ລະ​ກໍ​ລະ​ນີ​ລະ​ອຽດ, ອາດ​ສາ​ມາດ​ເວົ້າ​ເຖິງ​ສະ​ພາບ​ການ​ປະ​ຫວັດ​ສາດ, ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ຜືນ​ແຜ່ນ​ດິນ​ກໍ່​ຄື​ຜົນ​ປະ​ໂຫຍດ ແລະ ຄວາມ​ຫວັງ​ຂອງ​ປະ​ຊາ​ຊົນ

Top