• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ ປະທານສະພາແຫ່ງຊາດ ເວືອງ​ດິ່​ງ​ເຫວະ ເປັນປະທານກອງປະຊຸມກະກຽມເວທີປາໄສສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ: ກອງປະຊຸມແມ່ນເຫດການພົວພັນຕ່າງປະເທດຫຼາຍຝ່າຍຈຸດສຸມຂອງສະພາແຫ່ງຊາດ ຫວຽດນາມ ໃນປີ 2023.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານການເຮັດວຽກ  

ຕອນເຊົ້າວັນທີ 10 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານການເຮັດວຽກກ່ຽວກັບວຽກງານການກະກຽມກອງປະຊຸມເວທີປາໄສລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ໂດຍສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ: ກອງປະຊຸມແມ່ນເຫດການພົວພັນຕ່າງປະເທດຫຼາຍຝ່າຍຈຸດສຸມຂອງສະພາແຫ່ງຊາດ ຫວຽດນາມ ໃນປີ 2023. ກອງປະຊຸມແມ່ນໂອກາດເພື່ອສືບຕໍ່ສະແດງ, ໂຄສະນາພາບພົດ ຫວຽດນາມ ແລະ ສະພາແຫ່ງຊາດ ຫວຽດນາມ ໃຫ້ເພື່ອນມິດສາກົນ. ປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ກຳມາທິການການຕ່າງປະເທດ ຮັບເອົາຄຳເຫັນປະກອບ, ປັບປຸງລະບຽບການທີ່ກ່ຽວຂ້ອງ ໃຫ້ສຳເລັດໂດຍໄວ ເພື່ອກະກຽມການຈັດຕັ້ງກອງປະຊຸມໃຫ້ດີທີ່ສຸດ; ເປັນເອກະພາບເວລາຈັດກອງປະຊຸມໃນເດືອນກັນຍາ ປີນີ້.

ເວທີປາໄສສະມາຊິກລັດຖະສະພາໜຸ່ມແມ່ນກົນໄກ ໄດ້ສ້າງຂຶ້ນໃນຂອບເຂດສະຫະພັນລັດຖະສະພາໂລກ (IPU) ແຕ່ປີ 2013 ແລະ ໄດ້ຈັດຂຶ້ນທຸກປີນັບແຕ່ປີ 2014 ມາຮອດປະຈຸບັນ.

 

(ແຫຼ່ງຄັດຈາກ VOV)

ຮູບ​ເງົາ ຝົນ​ແດງ ແນະ​ນຳ​ທາງ​ໂທ​ລະ​ພາບ

ຮູບ​ເງົາ “ຝົນ​ແດງ” ແນະ​ນຳ​ທາງ​ໂທ​ລະ​ພາບ

ນີ້ແມ່ນຮູບເງົາກ່ຽວກັບຫົວຂໍ້ສົງຄາມປະຕິວັດ, ວາດພາບໄລຍະ 81 ວັນແລະຄືນຕໍ່ສູ້ກັບສັດຕູຢ່າງດຸເດືອນຢູ່ ກຳແພງເກົ່າ ກວ໋າງຈິໃນປີ 1972, ອີງຄາມຜົນງານຂອງນັກປະພັນ ຈຸລາຍ.

Top