ຂ່າວສານ
ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ພົບປະສົນທະນາກັບທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ຊູແອັດ
ຢູ່ Stockholm, ຕອນບ່າຍວັນທີ 11 ພະຈິກ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ມີການພົບປະສົນທະນາກັບທ່ານນາຍົກລັດຖະມົນຕີ Ulf Kristersson. ນະທີ່ນີ້, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ສະເໜີໃຫ້ລັດຖະບານ ຊູແອັດ ສືບຕໍ່ສົ່ງເສີມບັນດາວິສາຫະກິດ ຊູແອັດ ຍູ້ແຮງການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດເຊິ່ງ ຊູແອັດ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ; ພິເສດແມ່ນຊ່ວຍ ຫວຽດນາມ ປ່ຽນແປງໃໝ່ຮູບແບບການເຕີບໂຕເສດຖະກິດຕິດພັນກັບນະວັດຕະກຳ.
ກ່ຽວກັບການພົວພັນສອງຝ່າຍ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ແລະ ທ່ານນາຍົກລັດຖະມົນຕີ Ulf Kristersson ໄດ້ເຫັນດີເປັນເອກະພາບເຮັດໃຫ້ການພົວພັນສອງປະເທດເລິກເຊິ່ງກວ່າອີກ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຂອງພາກພື້ນ ແລະ ສາກົນ; ເພີ່ມທະວີການຮ່ວມມືໃນຂົງເຂດນະວັດຕະກຳ, ວິທະຍາສາດ, ເຕັກໂນໂລຢີ, ວັດທະນະທຳ, ການທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ.
ທ່ານນາຍົກລັດຖະມົນຕີ ຊູແອັດ ຢັ້ງຢືນວ່າ ລັດຖະບານ ຊູແອັດ ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ເຊື່ອມໂຍງຢ່າງກວ້າງຂວາງຢູ່ປະເທດປະຈຳຖິ່ນ, ປະກອບສ່ວນໃຫ້ຄວາມວັດທະນາຖາວອນ ແລະ ເຮັດໃຫ້ວັດທະນະທຳສັງຄົມຂອງ ຊູແອັດ ມີຄວາມຫຼາກຫຼາຍ, ເສີມຂະຫຍາຍບົດບາດເປັນຂົວຕໍ່ມິດຕະພາບຊຸກຍູ້ການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ.






