ຂ່າວສານ
ທ່ານໂຕເລິມເລຂາທິການໃຫຍ່, ປະທານປະເທດ: ສ້າງ ດົ່ງນາຍໃຫ້ກາຍເປັນນະຄອນຂຶ້ນກັບສູນກາງ
ຕາມມະຕິຂອງສະພາແຫ່ງຊາດ, ນະຄອນ ດົ່ງນາຍ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການແຕ່ວັນທີ 30 ເມສາ 2026. ນະຄອນ ດົ່ງນາຍ ຕິດກັບນະຄອນ ໂຮ່ຈີມິນ, ແຂວງ ເລິມດົ່ງ, ແຂວງ ເຕີຍນິງ ແລະ ລາຊະອານາຈັກ ກຳປູເຈຍ. ນະຄອນ ດົ່ງນາຍ ມີເນື້ອທີ່ທຳມະຊາດກວ້າງກວ່າ 12.700 km2, ປະຊາກອນມີເກືອບ 5 ລ້ານຄົນ, ມີ 95 ຫົວໜ່ວຍບໍລິຫານຂັ້ນຕາແສງ… ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເນັ້ນໜັກວ່າ ການສ້າງຕັ້ງນະຄອນ ດົ່ງນາຍ ຂຶ້ນກັບສູນກາງ ແມ່ນຂີດໝາຍໃຫຍ່, ເປີດໄລຍະທາງໃໝ່:
“ສ້າງ ດົ່ງນາຍໃຫ້ເປັນນະຄອນຂຶ້ນກັບສູນກາງ. ນັບແຕ່ມື້ນີ້ເປັນຕົ້ນໄປ, ດົ່ງນາຍ ຕ້ອງ ພັດທະນາຕາມມາດຕະຖານສູງກວ່າ, ບືນຕົວຂຶ້ນເປັນຕົວເມືອງທີ່ມີກຳລັງຂັບເຄື່ອນ, ມີຄວາມສາມາດແກ້ງແຍ້ງສູງ, ມີກຳລັງແຜ່ກະຈາຍຢ່າງແຮງໃນເຂດຕາເວັນອອກພາກໃຕ້ ແລະ ທົ່ວປະເທດ. ສູ້ຊົນເພື່ອໃຫ້ ດົ່ງນາຍ ມີຊື່ໃນບັນດາຕາຕະລາງຈັດອັນດັບ ນະຄອນທີ່ໜ້າດຳລົງຊີວິດ ແລະ startup ຂອງ ອາຊີ ແລະ ໂລກ ຄື ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ໄດ້ນຳໜ້າ. ເພື່ອມຸ່ງໄປເຖິງວິໄສທັດນັ້ນ, ພະນັກງານ, ສະມາຊິກພັກ, ປະຊາຊົນແຕ່ລະຄົນ, ວິສາຫະກິແຕ່ລະແຫ່ງຕ້ອງຮ່ວມແຮງຮ່ວມໃຈເຮັດໃຫ້ນະຄອນ ພັດທະນາກວ່າ, ມີສີວິໄລກວ່າ, ປອດໃສ - ສີຂຽວ - ສະອາດ - ສວຍງາມ, ເປັນໜ້າດຳລົງຊີວິດກວ່າ ແລະ ປະກອບສ່ວນໃຫ້ແກ່ປະເທດຊາດຫຼາຍກວ່າອີກ.”








