• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ກາ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຕີ​ມໍ​ແລັດ​ສະ​ເຕ Jose Ramos-Horta

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ເຊື່ອໝັ້ນວ່າ ຕີມໍແລັດສະເຕ ຈະປະຕິບັດແຜນການພັດທະນາຍຸດທະສາດໄລຍະ 2011 – 2030 ໂດຍໄວ ດ້ວຍຄວາມຕັດສິນໃຈສ້າງປະເທດປະຊາທິປະໄຕ.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ຕີມໍແລັດສະເຕ Jose Ramos-Horta (ພາບ: Thống Nhất/TTXVN)

ຕອນເຊົ້າວັນທີ 25 ກຸມພາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານປະທານາທິບໍດີ ຕີມໍແລັດສະເຕ Jose Ramos-Horta ເນື່ອງໃນໂອກາດທ່ານປະທານາທາບໍດີ ມາເຂົ້າຮ່ວມເວທີປາໄສ ອາຊຽນ ຄັ້ງທີ 2 ຢູ່ຮ່າໂນ້ຍ (ໃນລະຫວ່າງວັນທີ 25 – 26 ກຸມພາ), ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ເຊື່ອໝັ້ນວ່າ ຕີມໍແລັດສະເຕ ຈະປະຕິບັດແຜນການພັດທະນາຍຸດທະສາດໄລຍະ 2011 – 2030 ໂດຍໄວ ດ້ວຍຄວາມຕັດສິນໃຈສ້າງປະເທດປະຊາທິປະໄຕ, ຕັ້ງໜ້າເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ຢັ້ງຢືນຫວຽດນາມ ສະໜັບສະໜູນ ຕີມໍແລັດສະເຕ ກາຍເປັນສະມາຊີກສົມບູນ ຂອງອາຊຽນໂດຍໄວ.

ສ່ວນທ່ານປະທານາທິບໍດີ Jose Ramos-Horta ຢັ້ງຢືນວ່າ ຕີມໍແລັດສະເຕຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບອັນດີງາມກັບ ຫວຽດນາມ, ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນເພື່ອສ້າງການຫັນປ່ຽນໃໝ່ໃນການຮ່ວມມືດ້ານເສດຖະກິດ, ການຄ້າການລົງທຶນລະຫວ່າງສອງປະເທດ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ສະໜັບສະໜູນຂໍ້ສະເໜີຂອງ ຫວຽດນາມໃນການຮ່ວມມື, ກຳແໜ້ນ ແລະ ຍາດແຍ່ງບັນດາທ່າອ່ຽງໃໝ່ເພື່ອພັດທະນາ, ປາດຖະໜາຢາກໃຫ້ຫວຽດນາມ ສືບຕໍ່ແບ່ງປັນບົດຮຽນປະສົບການ, ໜູນຊ່ວຍຕີມໍແລັດສະເຕພັດທະນາແຫຼ່ງຊັບພະຍາກອນມະນຸດ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.

Top