• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ປະ​ທານ​ປະ​ເທດ ຫງວຽນ​ຝູ​ຈ້ອງ ເຈ​ລະ​ຈາ​ກັບ​ກະ​ສັດ​ ບ​ຣູ​ໄນ Darrussalam Sultan Haji Hassanal Bolkiah

ບຣູໄນສືບຕໍ່ແມ່ນນັກລົງທຶນໃຫຍ່ອັນດັບທີ 4 ໃນ ອາຊຽນດ້ວຍຈຳນວນເກືອບ 200 ໂຄງການ ລວມມູນຄ່າທັງໝົດ 1 ຕື້ກ່ວາ USD.

ທ່ານເລຂາທິການໃຫຍ່,  ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ກະສັດບຣູໄນ
Darrussalam Sultan Haji Hassanal Bolkiah(ພາບ: TTXVN)

ໂດຍໄດ້ຮັບຄໍາເຊີນຂອງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ກະສັດບຣູໄນ Darrussalam Sultan Haji Hassanal Bolkiah ໄດ້ສະເດັດມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມໃນລະຫວ່່າງວັນທີ 26 - 28 ມີນາ.

ຕອນເຊົ້າວັນທີ 27 ມີນາ, ພິທີຕ້ອນຮັບກະສັດບຣູໄນ Darrussalam Sultan Haji Hassanal Bolkiah ຢ່າງເປັນທາງການ ຖືກຈັດຂຶ້ນຢ່າງສົມກຽດ ຢູ່ສໍານັກງານປະທານປະເທດ. ກ່ອນໜ້ານັ້ນ, ກະສັດບຣູໄນ ໄດ້ສະເດັດໄປວາງພວງມາລາຢູ່ອະນຸສາວະລີບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ; ວາງພວງມາລາ ແລະ ເຂົ້າໄວ້ອາໄລຢູ່ສຸສານໂຮ່ຈີມິນ.

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ກະສັດ ບຣູໄນ Darrussalam Sultan Haji Hassanal Bolkiah ໄດ້ມີການເຈລະຈາ. ທີ່ການເຈລະຈາ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງເນັ້ນໜັກວ່າ ການຢ້ຽມຢາມຂອງກະສັດບຣູໄນແມ່ນມີຄວາມໝາຍສຳຄັນພິເສດ, ເປັນຂີດໝາຍນຳການພົວພັນມິດຕະພາບ ແລະ ການຮ່ວມມື ສອງປະເທດຂຶ້ນສູ່ລະດັບສູງໃໝ່ຊຶ່ງແມ່ນການພົວພັນຄູ່ຮ່ວມມືຮອບດ້ານ. ການນຳທັງສອງທ່ານເຫັນດີ ແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆຜ່ານທຸກໆຊ່ອງທາງແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ.

ການຮ່ວມມືທາງດ້ານການຄ້າ, ການລົງທຶນ, ການນຳທັງສອງທ່ານໄດ້ເຫັນດີສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 500ລ້ານ USD ໂດຍໄວ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຊົມເຊີຍ ບຣູໄນ ສືບຕໍ່ແມ່ນນັກລົງທຶນໃຫຍ່ອັນດັບທີ 4 ໃນ ອາຊຽນ ດ້ວຍຈຳນວນເກືອບ 200 ໂຄງການ ລວມມູນຄ່າທັງໝົດ 1 ຕື້ກ່ວາ USD. ທ່ານຢັ້ງຢືນວ່າ: ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ບຣູໄນເຂົ້າມາລົງທຶນດຳເນີນທຸລະກິດ ຢູ່ ຫວຽດນາມ. ສ່ວນກະສັດ ບຣູໄນໝັ້ນໝາຍຈະສ້າງເງື່ອນໄຂ ແລະ ໜູນຊ່ວຍ ຫວຽດນາມ ຜະລິດສິນຄ້າບັນລຸມາດຕະຖານສາກົນ ເພື່ອສົ່ງອອກຂາຍຢູ່ບັນດາປະເທດ ອິດສລາມ.

ທາງດ້ານການຮ່ວມມືປ້ອງກັນຊາດປ້ອງກັນຄວາມສະຫງົບ, ສອງຝ່າຍໄດ້ເຫັນດີ ແບ່ງປັນບົດຮຽນແລະເປີດກ້ວາງການຮ່ວມມືໃນການປ້ອງກັນ ແລະ ຕ້ານ ອາດຊະຍາກຳຂ້າມຊາດ, ອາດຊະຍາກຳມີການຈັດຕັ້ງ, ການຄ້າມະນຸດ, ກໍ່ການຮ້າຍ…ເຫັນດີແລກປ່ຽນກ່ຽວກັບການເຊັນບັນດາສັນຍາກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ, ຊ່ວຍໜູນດ້ານຍຸຕິທຳ ແລະ ມອບສົ່ງຕົວ ຜູ້ຖືກສານຕັດສິນໂທດ.

ເມື່ອແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ສອງຝ່າຍໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ມເມື່ອສອງປະເທດຮັບບົດບາດເປັນປະທານອາຊຽນໃນປີ 2020 ແລະ 2021, ຊຸກຍູ້ການຮ່ວມມືເຊື່ອມຕໍ່ກັນ, ຮັດແຄບຄວາມແຕກໂຕ່ນໃນການພັດທະນາ, ເຮັດໃຫ້ການພົວພັນຕ່າງປະເທດເລິກເຊີ່ງຍິ່ງຂຶ້ນ ແລະ ເສີມຂະຫຍາຍບົດບາດເປັນແກ່ນກາງຂອງອາຊຽນ ໃນການສ້າງໂຄງປະກອບພາກພື້ນເປັນຮູບປະທຳ. ສອງຝ່າຍໝັ້ນໝາຍສືບຕໍ່ຮ່ວມມືແລະ ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທິປາໄສຫຼາຍຝ່າຍ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ ໃນພາກພື້ນ.

ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍຢັ້ງຢືນຢືດໝັ້ນຫຼັກການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີສອດຄອງກັບກົດໝາຍສາກົນ. ສອງ ຝ່າຍຢັ້ງຢືນຄືນຕໍ່ການສະໜັບສະໜູນການປະຕິບັດ ຖະແຫຼງການ DOC ຢ່າງຄົບຖ້ວນແລະ ມີປະສິດທິຜົນ ແລະ ຊຸກຍູ້ການເຈລະຈາ ເພື່ອບັນລຸກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ COC ຢ່າງມີປະສິດທິຜົນ.

ເນື່ອງໃນໂອກາດນີ້ ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ບຣູໄນ.

ເນື້ອໃນຖະແຫຼງການຮ່ວມໄດ້ຢືນຢັນວ່າການນຳສອງປະເທດໄດ້ມີຄວາມພາກພູມໃຈຕໍ່ສາຍພົວພັນອັນດີງາມລະຫວ່າງສອງປະເທດຊຶ່ງໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ສະແດງຄວາມໝັ້ນສັນຍາຂອງສອງຝ່າຍໃນການເພີ່ມທະວີການພົວພັນຮ່ວມມືເພື່ອຜົນປະໂຫຍດ ຂອງປະຊາຊົນສອງປະເທດ.

(ແຫຼ່ງຄັດຈາກ VOV)


ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ Fukuoka ກັບເມືອປະເທດ ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງລັດຖະບານ ຍີ່ປຸ່ນ.

Top