• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ

ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ສະເໜີໃຫ້ກອງທັບ ປຊຊ ຫວຽດນາມ ຕ້ອງຍົກສູງຄຸນນະພາບການຝຶກອົບຮົມ, ຊ້ອມຮົມ, ລະດັບຄວາມຮູ້ ແລະ ກຳລັງຄວາມສາມາດກຽມພ້ອມສູ້ຮົບ, ເປັນແກ່ນສານໃນການສ້າງສາພື້ນຖານປ້ອງກັນຊາດທົ່ວປວງຊົນຢ່າງຮອບດ້ານ, ໝັ້ນຄົງເຂັ້ມແຂງ.
ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງກ່າວປາໄສສະຫຼຸບກອງປະຊຸມ. ພາບ: ຈີ້ຢູ້ງ/TTXVN
ວັນທີ 3 ກໍລະກົດ, ຢູ່ ຮ່າໂນ້ຍ, ຄະນະພັກການທະຫານສູນກາງ ໄດ້ຈັດກອງປະຊຸມຄັ້ງທີ 6, ອາຍຸການ 2020-2025, ຕີລາຄາໝາກຜົນການຊີ້ນຳປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ແລະ ການກໍ່ສ້າງອົງຄະນະພັກກອງທັບໃນ 6 ເດືອນຕົ້ນປີ; ຜັນຂະຫຍາຍໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີ 2023. ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເລຂາຄະນະພັກການທະຫານສູນກາງ ໄດ້ເປັນປະທານກອງປະຊຸມ. ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໃສ່ໃຈວ່າ ຄະນະພັກການທະຫານສູນກາງ ຕ້ອງສຸມໃສ່ຊີ້ນຳທົ່ວກອງທັບ ເປັນເຈົ້າການກຳແໜ້ນສະພາບການ, ເປັນເສນາທິການໃຫ້ຖືກຕ້ອງ, ທັນການ ບັນດາມາດຕະການເພື່ອແກ້ໄຂກໍລະນີຕ່າງໆ, ນັບທັງໃນທາງອາກາດ, ບົນທະເລ, ເຂດຊາຍແດນ ແລະ ພາຍໃນປະເທດ. ທົ່ວກອງທັບສືບຕໍ່ຮັກສາທ່າເປັນເຈົ້າການຍຸດທະສາດໃຫ້ໝັ້ນຄົງ, ບໍ່ໃຫ້ຕົກໃນທ່າຮັບ; ຕັ້ງໜ້າຄົ້ນຄ້ວາ, ເປັນເສນາທິການໃຫ້ພັກ, ລັດ ປະກາດໃຊ້ບັນດາມະຕິ, ກົດໝາຍວ່າດ້ວຍທະຫານ, ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ, ປ້ອງກັນພົນລະເຮືອນ. ຈຸດສຸມໃນໄລຍະຈະມາເຖິງແມ່ນຈະສະຫຼຸບ ແລະ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 6 ຊຸດທີ XIII ກ່ຽວກັບຍຸດທະສາດການປົກປັກຮັກສາປະເທດຊາດໃນສະພາບການໃໝ່. ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ສະເໜີໃຫ້ກອງທັບ ປຊຊ ຫວຽດນາມ ຕ້ອງຍົກສູງຄຸນນະພາບການຝຶກອົບຮົມ, ຊ້ອມຮົມ, ລະດັບຄວາມຮູ້ ແລະ ກຳລັງຄວາມສາມາດກຽມພ້ອມສູ້ຮົບ, ເປັນແກ່ນສານໃນການສ້າງສາພື້ນຖານປ້ອງກັນຊາດທົ່ວປວງຊົນຢ່າງຮອບດ້ານ, ໝັ້ນຄົງເຂັ້ມແຂງ. ຮອດປີ 2025 ໄດ້ກໍ່ສ້າງກອງທັບກະທັດລັດ, ເຂັ້ມແຂງໂດຍພື້ນຖານ ຕາມເນື້ອໃນຈິດໃຈໄດ້ກຳນົດໃນມະຕິກອງປະຊຸມໃຫ່ຍພັກກອມມູນິດ ຫວຽດນາມຊຸດທີ XIII.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top