• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ 3 ການ​ກຳ​ນົດ​ທິດ​ໃຫ່​ຍ​ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ APEC

ສິ້ນ​ສຸດກອງ​ປະ​ຊຸມ, ບັນ​ດາ​ການ​ນຳ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຂັ້ນ​ສູງ ແລະ 3 ເອ​ກະ​ສານ.
  ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ APEC 2026. (ພາບ: VNA)  

APEC ຕ້ອງ​ແມ່ນຊ່ອງ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ, ເປີດ​ອົກ​ເປີດ​ໃຈ ແລະ ສ້າງ​ສັນ, ແມ່ນ​ຂົວ​ເພື່ອ​ໃຫ້​ຝ່າຍ​ຕ່າງໆ​ແກ້​ໄຂ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ, ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ແລະ ຊອກ​ຫ​າ​ມາດ​ຕະ​ການ​ທີ່​ແທດ​ຈິງ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ທີ່ກອງ​ປະ​ຊຸມ​ການ​ນຳ​ບັນ​ດາ​ການ​ນຳ​ເສດ​ຖະ​ກິດ​ ເວ​ທີ​ປາ​ໄສ​ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC), ​ຄັ້ງ​ທີ 33, ​ຈັດ​ຂຶ້​ນໃນຕອນ​ເຊົ້າ​ວັນ​ທີ 19 ພະ​ຈິກ,ຢູ່​ນະ​ຄອນ ເຊິນ​ເຈິນ ປະ​ເທດ ຈີນ.

ແລກ​ປ່ຽນ​ທີ່ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ແບ່ງ​ປັນ​ວິ​ໄສ​ທັດ ແລະ ຂໍ້​ສະ​ເໜີ​ຂອງ ຫວຽດ​ນາມ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື APEC ໃນ​ໄລ​ຍະ​ໃໝ່. ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ຄຳ​ຮຽກ​ຮ້ອງ​ອັນ​ຈຳ​ເປັນ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ​ຄວາມສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ ແນ​ໃສ່​​ໝູນ​ໃຊ້​ໂອ​ກາດ ແລະ ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ລວມ.ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ 3 ການ​ກຳ​ນົດ​ທິດ​ໃຫ່​ຍ​ເພື່ອ​ແນ​ໃສ່ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​​ຂອງ APEC.

ບັນ​ດາ​ການ​ນຳ APEC ຕີ​ລາ​ຄາ​ສູງບົດ​ກ່າວ​ປາ​ໄສ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ, ພິ​ເສດ​ແມ່ນ​ບັນ​ດາ​ການ​ກຳ​ນົດ​ທິດ​ໃຫ່​ຍ​ໃຫ້​ແກ່​ການຮ່ວມ​ມື APEC ໃນ​ໄລ​ຍະ​ໃໝ່.

ສິ້ນ​ສຸດກອງ​ປະ​ຊຸມ, ບັນ​ດາ​ການ​ນຳ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຂັ້ນ​ສູງ ແລະ 3 ເອ​ກະ​ສານ: ຂອບ​ເຂດ​ການ​ຮ່ວມ​ມື APEC ຫັນ​ການ​ຄ້າ​ເປັນ​ດີ​ຈີ​ຕອນ ໄລ​ຍະ 2026-2030; ຂຸດ​ຄົ້ນ​ເສດ​ຖະ​ກິດ​ດີ​ຈີ​ຕອນ ແລະ AI ເພື່ອ​ສະ​ຫວັດ​ດີການ​ຂອງ ປ​ຊ​ຊ ແລະ ແຜນ​ການ​ສັງ​ລວມ​ເຊື່ອມ​ຕໍ່ APEC 2026-2035.

(ແຫຼ່ງຄັດຈາກ VOV)


Top