• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ​ຫງວຽນ​ຝູ​ຈ້ອງ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ປະ​ທານ​ກຳ​ມະ​ບານ​ຮາກ​ຖານ​ດີ​ເດັ່ນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງອົງການກຳມະບານຫວຽດນາມ (28/7/1929-28/7/2019), ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫງວຽນຝູຈ້ອງ ໄດ້ພົບປະຢ່າງສະໜິດສະໜົມກັບປະທານກຳມະບານຮາກຖານດີເດັ່ນປີ 2019 ລວມ 90 ຄົນ ແລະ ພະນັກງານກຳມະບານ10 ຄົນ ໄດ້ຮັບລາງວັນຫງວຽນວັນລິນ ຄັ້ງທີ 1.

(
ພາບ: TTXVN)

ຕາງໜ້າໃຫ້ການນຳພັກ, ລັດ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫງວຽນຝູຈ້ອງ ໄດ້ສະແດງຄວາມປິຕິຊົມຊື່ນ, ຮັບຮູ້,  ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາໝາກຜົນ, ການປະກອບສ່ວນຢ່າງຕັ້ງໜ້າຂອງຂະບວນການກຳມະກອນ, ພາລະກອນ, ຜູ້ອອກແຮງງານ ແລະ ການເຄື່ອນໄຫວຂອງອົງການກຳມະບານໃນທົ່ວປະເທດໃນໄລຍະຜ່ານມາ:

   ຊົນຊັ້ນກຳມະກອນຫວຽດນາມ ມີຈຸດພິເສດສະເພາະທີ່ໃຫ່ຍຫຼວງທີ່ສຸດ. ໂດຍແມ່ນປະເທດທີ່ເປັນຫົວເມືອງຂຶ້ນ, ປະຈຸບັນກາຍເປັນປະເທດເອກະລາດ ແລະ ກ້າວຂຶ້ນສັງຄົມນິຍົມ, ສ້າງພື້ນຖານເສດຖະກິດການຕະຫຼາດ ແລະ ແມ່ນຕະຫຼາດຕາມການກຳນົດທິດສັງຄົມນິຍົມນັ້ນ, ພວກເຮົາພໍ່ພຽງແຕ່ເຊື້ອເຊີນບັນດານັກລົງທຶນຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງໄດ້ເຊີນບັນດານັກລົງທຶນຕ່າງປະເທດອີກດ້ວຍ. ໃນສະພາບການການປະຕິວັດວິທະຍາສາດເຕກໂນໂລຊີພັດທະນາຢ່າງແຮງນັ້ນ, ສະພາບການເມືອງໂລກໄດ້ປ່ຽນແປງຢ່າງໄວວາ, ບັນຫາທີ່ໄດ້ວາງອອກແມ່ນ ການເຄື່ອນໄຫວກຳມະບານຈະຕ້ອງປະຕິບັດຄືແນວໃດເພື່ອບັນລຸປະສິດທິຜົນ? ເປັນໜ້າພາກພູມໃຈນັ້ນແມ່ນໃນສະພາບການທິດສະດີ ແລະ ພຶດຕິກຳຕົວຈິງຍັງມີຫຼາຍບັນຫາຕ້ອງຄົ້ນຄ້ວາສະຫລຸບ, ໃນໄລຍະຜ່ານມາ, ອົງການກຳມະບານຍັງມີຫຼາຍການເຄື່ອນໄຫວທີ່ມີຫົວຄິດປະດິດສ້າງ, ນຳມາເຊິ່ງປະສິດທິຜົນສູງ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top