• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ຮຽກ​ຮ້ອງ​ສ້າງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ທະ​ຫານ​ເຂດ 4 ປະ​ຕິ​ວັດ, ຊຳ​ນານ​ຮົບ, ທັນ​ສະ​ໄໝ

ຜ່ານໄລຍະ 80 ປີແຫ່ງການກໍ່ສ້າງ, ຕໍ່ສູ້, ໄດ້ຮັບໄຊຊະນະ ແລະ ເຕີບໃຫ່ຍຂອງການນຳ, ພະນັກງານບັນຊາການ, ພາລະກອນ, ນັກຮົບ, ຜູ້ອອກແຮງງານລຸ້ນຕ່າງໆ, ກຳລັງປະກອບອາວຸດທະຫານເຂດ 4 ໄດ້ເສິມຂະຫຍາຍຄຸນນະທາດ ພູມປັນຍາສິລະປະການທະຫານ ຫວຽດນາມ ຢ່າງສຸດຂີດ.
(ພາບ: TTXVN)

ຕອນເຊົ້າວັນທີ 12 ຕຸລາ, ຢູ່ແຂວງ ເງະອານ, ທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອ ກຳລັງປະກອບອາວຸດທະຫານເຂດ 4 ກະຊວງປ້ອງກັນປະເທດ ຫວຽດນາມ (15/10/1945-15/10/2025) ແລະ ຮັບຫຼຽນໄຊ ໂຮ່ຈີມິນ.

ນະທີ່ນີ້, ທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ເນັ້ນໜັກວ່າ ຜ່ານໄລຍະ 80 ປີແຫ່ງການກໍ່ສ້າງ, ຕໍ່ສູ້, ໄດ້ຮັບໄຊຊະນະ ແລະ ເຕີບໃຫ່ຍຂອງການນຳ, ພະນັກງານບັນຊາການ, ພາລະກອນ, ນັກຮົບ, ຜູ້ອອກແຮງງານລຸ້ນຕ່າງໆ, ກຳລັງປະກອບອາວຸດທະຫານເຂດ 4 ໄດ້ເສິມຂະຫຍາຍຄຸນນະທາດ ພູມປັນຍາສິລະປະການທະຫານ ຫວຽດນາມ ຢ່າງສຸດຂີດ, ສ້າງຫຼາຍວິລະກຳທີ່ດີເດັ່ນໃນພາລະກິດປົດປ່ອຍຊາດ ກໍ່ຄືໃນພາລະກິດສ້າງສາ ປົກປັກຮັກສາປະເທດຊາດ:

  ຕ້ອງສຸມໃສ່ສ້າງກຳລັງປະກອບອາວຸດທະຫານເຂດ 4 ປະຕິວັດຊຳນານຮົບ, ທັນສະໄໝ, ເອົາການສ້າງຄວາມໝັ້ນຄົງເຂັ້ມແຂງດ້ານການເມືອງເປັນພື້ນຖານ ເພື່ອຍົກສູງຄຸນນະພາບສັງລວມ ແລະ ກຳລັງແຮງຕໍ່ສູ້. ສຸມໃສ່ປ່ຽນແປງໃໝ່ ຍົກສູງຄຸນະພາບການສຶກສາການເມືອງ, ຝຶກຝົນການທະຫານຖືກຕ້ອງຕາມທິດນຳ ທິດທາງໄດ້ກຳນົດ. ຝຶກຝົນຫຼໍ່ຫຼອມຄຸນະທາດ, ເຕັກນິກຍຸດໂທບາຍ, ເປັນເຈົ້າການອາວຸດປະເພດຕ່າງໆ ໂດຍສະເພາະແມ່ນອາວຸດທັນສະໄໝ, ມີມາດຕະການຊຸກຍູ້ນະວັດຕະກຳ, ຫັນເປັນດີຈີຕອນ ຕິດພັນກັບການຫັນບັນດາຄາດໝາຍສ້າງກອງທັຍທັນສະໄໝ ໂດຍກະຊວງປ້ອງກັນປະເທດປະກາດ ໃຫ້ປະກົດຜົນເປັນຈິງ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

Top