ເຂົ້າຮ່ວມກອງປະຊຸມໃຫ່ຍມີຜູ້ແທນສົມບູນ 453 ທ່ານ ຊື່ງຕາງໜ້າໃຫ້ສະມາຊິກພັກທັງໝົດໃນອົງຄະນະພັກລັດຖະບານກ່ວາ 209.000 ຄົນ, ພ້ອມດ້ວຍແຜ້ແທນຖືກເຊີນປະມານ 120 ທ່ານ.
ໃນວັນທີ 12-13 ຕຸລາ, ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກລັດຖະບານຄັ້ງທີ 1 ອາຍຸການ 2025-2030 ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ. ນີ້ແມ່ນກອງປະຊຸມໃຫ່ຍຕັ້ງປະຖົມມະເລິກຂອງອົງຄະນະພັກລັດຖະບານ ຕາມຮູບແບບການຈັດຕັ້ງໃໝ່. ໃນການເຮັດວຽກເປັນເວລາ 2 ວັນ, ກອງປະຊຸມໃຫ່ຍຈະສະຫລຸບ, ຕີລາຄາໝາກຜົນການປະຕິບັດວຽກງານອາຍຸການ 2020-2025, ສະຫລຸບຕີລາຄາວຽກງານຊີ້ນຳນຳພາ ຂອງຄະນະບໍລິຫານງານອົງຄະນະພັກລັດຖະບານອາຍຸການ 2020-2025. ກຳນົດທິດທາງ, ເປົ້າໝາຍ, ໜ້າທີ່, ມາຕະການຂອງອາຍຸການ 2025-2030; ປຶກສາຫາລື, ປະກອບຄຳເຫັນເຂົ້າໃນຮ່າງເອກະສານຂອງສູນກາງ ຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ.
ໃນການເຮັດວຽກມື້ທຳອິດ (ວັນທີ 12 ຕຸລາ), ກອງປະຊຸມໃຫ່ຍໄດ້ຈັດວາລະປະຊຸມກະກຽມ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຟ້າມມິນຈິງ, ເລຂາຄະນະພັກລັດຖະບານ, ນາຍົກລັດຖະມົນຕີ ຫວຽດນາມ, ດຳເນີນບັນດາວາລະປຶກສາຫາລືຢູ່ໜ່ວຍ ແລະ ມີບົດທາບທາມຄຳເຫັນຢູ່ຫໍປະຊຸມ.
ກອງປະຊຸມໃຫ່ຍສືບຕໍ່ດຳເນີນໃນວັນທີ 13 ຕຸລາ. ເຂົ້າຮ່ວມກອງປະຊຸມໃຫ່ຍມີຜູ້ແທນສົມບູນ 453 ທ່ານ ຊື່ງຕາງໜ້າໃຫ້ສະມາຊິກພັກທັງໝົດໃນອົງຄະນະພັກລັດຖະບານກ່ວາ 209.000 ຄົນ, ພ້ອມດ້ວຍແຜ້ແທນຖືກເຊີນປະມານ 120 ທ່ານ.
(ແຫຼ່ງຄັດຈາກ VOV)