ຜ່ານໄລຍະ 80 ປີແຫ່ງການກໍ່ສ້າງ, ຕໍ່ສູ້, ໄດ້ຮັບໄຊຊະນະ ແລະ ເຕີບໃຫ່ຍຂອງການນຳ, ພະນັກງານບັນຊາການ, ພາລະກອນ, ນັກຮົບ, ຜູ້ອອກແຮງງານລຸ້ນຕ່າງໆ, ກຳລັງປະກອບອາວຸດທະຫານເຂດ 4 ໄດ້ເສິມຂະຫຍາຍຄຸນນະທາດ ພູມປັນຍາສິລະປະການທະຫານ ຫວຽດນາມ ຢ່າງສຸດຂີດ.
ຕອນເຊົ້າວັນທີ 12 ຕຸລາ, ຢູ່ແຂວງ ເງະອານ, ທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອ ກຳລັງປະກອບອາວຸດທະຫານເຂດ 4 ກະຊວງປ້ອງກັນປະເທດ ຫວຽດນາມ (15/10/1945-15/10/2025) ແລະ ຮັບຫຼຽນໄຊ ໂຮ່ຈີມິນ.
ນະທີ່ນີ້, ທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ເນັ້ນໜັກວ່າ ຜ່ານໄລຍະ 80 ປີແຫ່ງການກໍ່ສ້າງ, ຕໍ່ສູ້, ໄດ້ຮັບໄຊຊະນະ ແລະ ເຕີບໃຫ່ຍຂອງການນຳ, ພະນັກງານບັນຊາການ, ພາລະກອນ, ນັກຮົບ, ຜູ້ອອກແຮງງານລຸ້ນຕ່າງໆ, ກຳລັງປະກອບອາວຸດທະຫານເຂດ 4 ໄດ້ເສິມຂະຫຍາຍຄຸນນະທາດ ພູມປັນຍາສິລະປະການທະຫານ ຫວຽດນາມ ຢ່າງສຸດຂີດ, ສ້າງຫຼາຍວິລະກຳທີ່ດີເດັ່ນໃນພາລະກິດປົດປ່ອຍຊາດ ກໍ່ຄືໃນພາລະກິດສ້າງສາ ປົກປັກຮັກສາປະເທດຊາດ:
ຕ້ອງສຸມໃສ່ສ້າງກຳລັງປະກອບອາວຸດທະຫານເຂດ 4 ປະຕິວັດຊຳນານຮົບ, ທັນສະໄໝ, ເອົາການສ້າງຄວາມໝັ້ນຄົງເຂັ້ມແຂງດ້ານການເມືອງເປັນພື້ນຖານ ເພື່ອຍົກສູງຄຸນນະພາບສັງລວມ ແລະ ກຳລັງແຮງຕໍ່ສູ້. ສຸມໃສ່ປ່ຽນແປງໃໝ່ ຍົກສູງຄຸນະພາບການສຶກສາການເມືອງ, ຝຶກຝົນການທະຫານຖືກຕ້ອງຕາມທິດນຳ ທິດທາງໄດ້ກຳນົດ. ຝຶກຝົນຫຼໍ່ຫຼອມຄຸນະທາດ, ເຕັກນິກຍຸດໂທບາຍ, ເປັນເຈົ້າການອາວຸດປະເພດຕ່າງໆ ໂດຍສະເພາະແມ່ນອາວຸດທັນສະໄໝ, ມີມາດຕະການຊຸກຍູ້ນະວັດຕະກຳ, ຫັນເປັນດີຈີຕອນ ຕິດພັນກັບການຫັນບັນດາຄາດໝາຍສ້າງກອງທັຍທັນສະໄໝ ໂດຍກະຊວງປ້ອງກັນປະເທດປະກາດ ໃຫ້ປະກົດຜົນເປັນຈິງ.