ຂ່າວສານ
ທ່ານເລຂາທິການໃຫຍ່ ໂຕເລິມ ເດີນທາງຮອດ ສິງກະໂປ ເລີ່ມຕົ້ນການເຄື່ອນໄຫວຢ້ຽມຢາມ ປະເທດນີ້ຢ່າງເປັນທາງການ
ຕອນບ່າຍວັນທີ 11 ມີ່ນາ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜຸ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Changi, ເລີ່ມຕົ້ນບັນດາການເຄື່ອນໄຫວຢ້ຽມຢາມ ສ.ສິງກະໂປ ແຕ່ວັນທີ 11 – 13 ມີນາ ຢ່າງເປັນທາງການ. ການຢ້ຽມຢາມໄດ້ດຳເນີນຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ພັກເຄື່ອນໄຫວປະຊາຊົນ, ນາຍົກລັດຖະມົນຕີ ສິງກະໂປ Lawrence Wong. ອອກຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ຢູ່ສະໜາມບິນມີທ່ານລັດຖະມົນຕີກະຊວງຊັບພະຍາກອນມະນຸດ ສິງກະໂປ Tan See Leng, ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam, ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ເຈິ່ນເຟືອກແອັງ ແລະ ພັນລະຍານ.
ນີ້ແມ່ນການຢ້ຽມຢາມ ສິງກະໂປ ເປັນຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນຖານະເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ. ການຢ້ຽມຢາມໄດ້ສ້າງບາດກ້າວເດີນໃໝ່ໃນການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ສິງກະໂປ.