• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ສ້າງ​ກົງ​ຈັກ​ລັດ​ໃຫ້​​ກະ​ທັດ​ລັດ​, ມີ​ປະ​ສິ​ດ​ທິ​ພາບ, ປະ​ສິດ​ທິ​ຜົນ

ຕອນເຊົ້າວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບການແຜນງານສ້າງນະຄອນ ເຫວ້ ເປັນນະຄອນຂຶ້ນກັບສູນກາງ; ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການຈັດຕັ້ງອຳນາດການປົກຄອງຕົວເມືອງ ຢູ່ນະຄອນ ຫາຍຟ່ອງ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)

ເມື່ອປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການຈັດຕັ້ງອຳນາດການປົກຄອງຕົວເມືອງຢູ່ນະຄອນ ຫາຍຟ່ອງ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ນີ້ແມ່ນບັນຫາໃຫຍ່, ສູນກາງພວມສູມໃສ່ປຶກສາຫາລືເຮັດແນວໃດເພື່ອໃຫ້ກົງຈັກລັດກະທັດລັດ, ມີປະສິດທິພາບ, ປະສິດທິຜົນ.

ເມື່ອປຶກສາຫາລືກ່ຽວກັບແຜນງານສ້າງຕັ້ງນະຄອນເຫວ້ເປັນນະຄອນຂຶ້ນກັບສູນກາງ, ບັນດາສະມາຊິກສະພາແຫ່ງຊາດໄດ້ຕົກລົງເຫັນດີສ້າງຕັ້ງນະຄອນ ເຫວ້ ມີເງື່ອນໄຂຄົບຖ້ວນເພື່ອກາຍເປັນນະຄອນຂຶ້ນກັບສູນກາງ, ແຕ່ຍັງມີຂໍ້ຈຳກັດຈຳນວນໜຶ່ງ ຕ້ອງສືບຕໍ່ຊອກຫາມາດຕະການແກ້ໄຂເພື່ອປະຕິບັດສຳເລັດມາດຕະຖານຕ່າງໆ.

ປັດຈຸບັນ, ຫວຽດນາມ ມີ 5 ນະຄອນຂຶ້ນກັບສູນກາງ, ເຊິ່ງລວມມີ: ຮ່າໂນ້ຍ, ຫາຍຟ່ອງ, ດ່າໜັງ, ນະຄອນ ໂຮ່ຈີມິນ, ເກີ່ນເທີ. ຖ້າຫາກວ່າ ສະພາແຫ່ງຊາດ ຮັບຮອງເອົາແຜນງານນີ້, ທົ່ວປະເທດຈະມີ 6 ນະຄອນຂຶ້ນກັບສູນກາງ. ບັນດານະຄອນສັງກັດສູນກາງພວມສວມບົດບາດນຳໜ້າໃນການພັດທະນາເສດຖະກິດ - ສັງຄົມຂອງທັງປະເທດ.

ສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນບ່າຍວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ກອງປະຊຸມກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍປະກັນສຸຂະພາບ.

ບັນດາສະມາຊິກສະພາແຫ່ງຊາດ ສະເໜີໃຫ້ສືບຕໍ່ເອົາໃຈໃສ່, ມີນະໂຍບາຍຍົກສູງກຳລັງຄວາມສາມາດຂອງສາທາລະນະສຸກຂັ້ນຮາກຖານ, ລົງທຶນແຫຼ່ງກໍາລັງ, ຊັບຊ້ອນວຽກເຮັດງານທຳດ້ວຍລະບອບ, ນະໂຍບາຍທີ່ເໝາະສົມ; ຂະຫຍາຍເປົ້າໝາຍເຂົ້າຮ່ວມປະກັນສຸຂະພາບ; ປົວແປງພື້ນຖານດ້ານວັດຖຸ, ປະກອບອຸປະກອນການແພດ, ຕອບສະໜອງຄຳຮຽກຮ້ອງໃນການກວດ, ປິ່ນປົວພະຍາດໃນປັດຈຸບັນ ໃຫ້ທັນການ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top