ຂ່າວສານ
ທ່ານເລຂາທິການໃຫຍ່ ໂຕເລິມ ສິ້ນສຸດການຢ້ຽມຢາມແລະເຂົ້າຮ່ວມກອງປະຊຸມສະພາສັນຕິພາບກ່ຽວກັບເຂດກາຊາ ຢູ່ອາເມລິກາ
ຕອນບ່າຍວັນທີ 20 ກຸມພາ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເດີນທາງອອກຈາກສະໜາມບິນທະຫານ Andrews, ສິ້ນສຸດການເດີນທາງເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບ ກ່ຽວກັບເຂດກາຊາ ຢູ່ວໍຊິງຕັນ (ອາເມລິກາ) ໃນລະຫວ່າງວັນທີ 18 – 20 ກຸມພາ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ປະທານສະພາສັນຕິພາບກ່ຽວກັບເຂດກາຊາ. ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບກ່ຽວກັບເຂດກາຊາມີປະມຸກລັດ ແລະ ການນຳກວ່າ 50 ປະເທດເຂົ້າຮ່ວມ, ແມ່ນປະເທດສະມາຊິກປະດິດສ້າງ ແລະ ນັກສັງເກດການຂອງສະພາສັນຕິພາບ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານາທິບໍດີ ອາເມລິກາ ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມ, ຢັ້ງຢືນມີຄວາມເຄົາລົບຢ່າງເລິກເຊິ່ງຕໍ່ຫວຽດນາມ, ປະເທດທີ່ເປັນໜ້າເຄົາລົບ, ດ້ວຍບົດບາດ ແລະ ຜົນກະທົບນັບມື້ນັບຍິ່ງໃຫຍ່. ສິ່ງນີ້ສະແດງໃຫ້ເຫັນອິດທິພົນຊື່ສຽງ ສາກົນ ຂອງ ຫວຽດນາມ ພວມໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ຄວາມສາມາດສ້າງສັນຕິພາບ ຂອງ ຫວຽດນາມ ໂດຍບັນດາປະເທດມະຫາອຳນາດ ແລະ ເພື່ອນມິດສາກົນຍອມຮັບ ແລະ ເຄົາລົບ.







