• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ​ອົງ​ຄ​ະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ

ຕອນຄ່ຳວັນທີ 16 ກຸມພາ, ກົງກັບວັນທີ 29 ເດືອນ 12 ປີ ມະເສັງ 2025), ກ່ອນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທີ່ສັກສິດ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນບຸນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງ ຮ່າໂນ້ຍ.
ທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມ, ອວຍພອນບຸນເຕັດອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນນະຄອນ ຮ່າໂນ້ຍ

ເມື່ອຊົມເຊີຍບັນດາຜົນງານເຊິ່ງນະຄອນຫຼວງບັນລຸໄດ້ໃນປີຜ່ານມາ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຮ່າໂນ້ຍ ຕ້ອງນຳໜ້າໃນຂົງເຂດນະວັດຕະກຳຢ່າງແທ້ຈິງ. ແຕ່ລະວຽກງານທີ່ ຮ່າໂນ້ຍ ເຮັດ, ແຕ່ລະຮູບແບບທີ່ຮ່າໂນ້ຍ ຜັນຂະຫຍາຍ ຕ້ອງມີລັກສະນະນຳພາ, ແຜ່ກະຈາຍແຫຼ່ງກຳລັງໜູນໃຫ້ທັງເຂດ ແລະ ທົ່ວປະເທດ:

“ຮ່າໂນ້ຍ ຕ້ອງສືບຕໍ່ປັບປຸງລະບອບລະບຽບການໃຫ້ສົມບູນແບບຢ່າງພົ້ນເດັ່ນ, ຊຸກຍູ້ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ; ແກ້ໄຂບັນດາຈຸດອຸດຕັນ; ສ້າງຮູບແບບເຕີບໂຕໃໝ່ອີງໃສ່ພຸມປັນຍາທາງດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ກົມການເມືອງສູນກາງພັກຍາມໃດກໍຮ່ວມເດີນທາງພ້ອມກັບນະຄອນຫຼວງ.”

  ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ການຕ້ອນຮັບ 

(ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ ຢູ່​ເຮືອນ​ 67

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ ຢູ່​ເຮືອນ​ 67

ເຮືອນ 67 ແມ່ນບ່ອນທີ່ປະທານ ໂຮ່ຈີມິນ ໄດ້ດຳລົງຊີວິດ ແລະ ເຮັດວຽກໃນບັ້ນປາຍຂອງຊີວິດ; ພ້ອມທັງແມ່ນບ່ອນເກັບຮັກສາຫຼາຍວັດຖຸພັນທີ່ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງເພິ່ນ.

Top