ຕອນຄ່ຳວັນທີ 16 ກຸມພາ, ກົງກັບວັນທີ 29 ເດືອນ 12 ປີ ມະເສັງ 2025), ກ່ອນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທີ່ສັກສິດ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນບຸນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງ ຮ່າໂນ້ຍ.
ທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມ, ອວຍພອນບຸນເຕັດອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນນະຄອນ ຮ່າໂນ້ຍ
ເມື່ອຊົມເຊີຍບັນດາຜົນງານເຊິ່ງນະຄອນຫຼວງບັນລຸໄດ້ໃນປີຜ່ານມາ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຮ່າໂນ້ຍ ຕ້ອງນຳໜ້າໃນຂົງເຂດນະວັດຕະກຳຢ່າງແທ້ຈິງ. ແຕ່ລະວຽກງານທີ່ ຮ່າໂນ້ຍ ເຮັດ, ແຕ່ລະຮູບແບບທີ່ຮ່າໂນ້ຍ ຜັນຂະຫຍາຍ ຕ້ອງມີລັກສະນະນຳພາ, ແຜ່ກະຈາຍແຫຼ່ງກຳລັງໜູນໃຫ້ທັງເຂດ ແລະ ທົ່ວປະເທດ:
“ຮ່າໂນ້ຍ ຕ້ອງສືບຕໍ່ປັບປຸງລະບອບລະບຽບການໃຫ້ສົມບູນແບບຢ່າງພົ້ນເດັ່ນ, ຊຸກຍູ້ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ; ແກ້ໄຂບັນດາຈຸດອຸດຕັນ; ສ້າງຮູບແບບເຕີບໂຕໃໝ່ອີງໃສ່ພຸມປັນຍາທາງດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ກົມການເມືອງສູນກາງພັກຍາມໃດກໍຮ່ວມເດີນທາງພ້ອມກັບນະຄອນຫຼວງ.”