• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ຢ່າງ​ແຮງ

ກຳລັງຕຳຫຼວດຕ້ອງສືບຕໍ່ເປັນແບບຢ່າງນຳໜ້າໃນການປະຕິບັດບັນດາແຜນນະໂຍບາຍຂອງພັກ, ກ່ອນອື່ນໝົດແມ່ນເປັນແບບຢ່າງ, ນຳໜ້າໃນການປະຕິບັດມະຕິຂອງກົມການເມືອງກ່ຽວກັບການຫັນເປັນດີຈີຕອນແຫ່ງຊາດ; ກ່ຽວກັບການປ້ອງກັນ, ຕ້ານການຟຸມເຟືອຍ; ສືບຕໍ່ປະຕິບັດການປະຕິວັດປັບປຸງການຈັດຕັ້ງກົງຈັກໃຫ້ກະທັດລັດ…
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມຸນິດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີ 17 ທັນວາ, ຢູ່ຮ່າໂນ້ຍ, ຄະນະພັກຕຳຫຼວດສູນກາງ ໄດ້ຈັດກອງປະຊຸມຕີລາຄາໝາກຜົນ, ສຳຫຼວດກວດຄືນການຊີ້ນຳປະຕິບັດໜ້າທີ່ການເມືອງປີ 2024; ວາງອອກທິດທາງ, ໜ້າທີປີ 2025. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມຸນິດ ຫວຽດນາມ ໂຕເລິມ, ເນັ້ນໜັກວ່າ ກຳລັງຕຳຫຼວດຕ້ອງສືບຕໍ່ເປັນແບບຢ່າງນຳໜ້າໃນການປະຕິບັດບັນດາແຜນນະໂຍບາຍຂອງພັກ, ກ່ອນອື່ນໝົດແມ່ນເປັນແບບຢ່າງ, ນຳໜ້າໃນການປະຕິບັດມະຕິຂອງກົມການເມືອງກ່ຽວກັບການຫັນເປັນດີຈີຕອນແຫ່ງຊາດ;

ກ່ຽວກັບການປ້ອງກັນ, ຕ້ານການຟຸມເຟືອຍ; ສືບຕໍ່ປະຕິບັດການປະຕິວັດປັບປຸງການຈັດຕັ້ງກົງຈັກໃຫ້ກະທັດລັດ… ປ່ຽນແປງໃໝ່ຈິນຕະນາການປ້ອງກັນຄວາມສະຫງົບແຫ່ງຊາດຢ່າງແຮງ, ຈາກນັ້ນ ປ່ຽນແປງໃໝ່ວຽກງານກຳແໜ້ນສະພາບການ, ເປັນເສນາທິການຍຸດທະສາດຂອງພັກ, ລັດ ແລະ ຜັນຂະຫຍາຍບັນດາມາດຕະການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມທິດປ້ອງກັນຄວາມສະຫງົບແຫ່ງຊາດ ບໍ່ພຽງແຕ່ແມ່ນການປົກປັກຮັກສາຄວາມສະຫງົບແຫ່ງຊາດໂດຍໄວ, ຈາກໄກເທົ່ານັ້ນ; ຫາກຍັງຕ້ອງປັບປຸງກຳລັງບົ່ມຊ້ອນຂອງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງບໍ່ຢຸດຢັ່ງອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ຮັບ​ປະ​ກັນ​ລັກ​ສະ​ນະ​ຕາງ​ໜ້າ, ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ເລືອກ​ຕັ້ງ

ຮັບ​ປະ​ກັນ​ລັກ​ສະ​ນະ​ຕາງ​ໜ້າ, ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ເລືອກ​ຕັ້ງ

ວັນທີ 15 ມີນາຈະມາເຖິງ, ຜູ້ມີສິດເລືອກຕັ້ງ ຫວຽດນາມຈະໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ໃນສະພາບການປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ວຽກງານບຸກຄະລາກອນຂອງການເລືອກຕັ້ງໄດ້ຮັບຖືວ່າແມ່ນໃຈກາງ, ເປັນ “ຫຼັກແຫຼ່ງຂອງຫຼັກແຫຼ່ງ”. ຄຸນນະພາບສະມາຊິກທີ່ໄດ້ຮັບການເລືອກຕັ້ງຈະຕັດສິນປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ພ້ອມທັງສົ່ງຜົນກະທົບໂດຍກົງຕໍ່ຄຸນນະພາບຂອງຖັນແຖວການນຳກົງຈັກລັດ ໃນອາຍຸການໃໝ່.

Top