• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຕ້​ອນ​ຮັບ​ການ​ນຳ​ບໍ​ລິ​ສັດ​ລົງ​ທຶນ Berggruen Holdings ຂອງ ອາ​ເມ​ລິ​ກາ

ຫວຽດນາມ ຖືການພົວພັນກັບ ອາເມລິກາ ເປັນສຳຄັນ, ພ້ອມທັງປາດຖະໜາຢາກຊຸກຍູ້ສາຍພົວພັນສອງຝ່າຍເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດສອງປະເທດ.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ຕ້ອນຮັບທ່ານ Nicholas Berggruen (ພາບ: TTXVN)

ວັນທີ 7 ມັງກອນ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Nicholas Berggruen, ຜູ້ກໍ່ຕັ້ງ, ປະທານບໍລິສັດລົງທຶນ Berggruen Holdings ແລະ ສະຖາບັນ Berggruen  ພ້ອມກັບທ່ານນາງ ຫງວຽນທິລຽນຮັ່ງ, ຜູ້ອຳນວຍການສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ Weatherhead, ມະຫາວິທະຍາໄລ Columnia, ອາເມລິກາ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນກັບ ອາເມລິກາ ເປັນສຳຄັນ, ພ້ອມທັງປາດຖະໜາຢາກຊຸກຍູ້ສາຍພົວພັນສອງຝ່າຍເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດສອງປະເທດ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ທ່ານ Nicholas Berggruen ແລະ ທ່ານນາງ ຫງວຽນທິລຽນຮັ່ງ ສືບຕໍ່ແລກປ່ຽນ, ຊອກຫາບັນດາກາລະໂອກາດລົງທຶນ, ຄົ້ນຄວ້າໃໝ່ຢູ່ ຫວຽດນາມ, ພ້ອມທັງສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ພວມມີຢ່າງມີປະສິດທິຜົນ.

 ສ່ວນທ່ານ Nicholas Berggruen ແລະ ທ່ານນາງ ຫງວຽນທິລຽນຮັ່ງ ຢັ້ງຢືນວ່າ ຈະຕັ້ງໜ້າສະໜັບສະໜູນບັນດາຄວາມມານະພະຍາຍາມຊຸກຍູ້ການພົວພັນສອງປະເທດໃນໄລຍະຈະມາເຖິງ; ຊຸກຍູ້ບັນດາກາລະໂອກາດລົງທຶນທີ່ເໝາະສົມ, ປະກອບສ່ວນຊຸກຍູ້ການພົວພັນ ອາເມລິກາ - ຫວຽດນາມ, ກໍຄືໜູນຊ່ວຍ ຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະເພີ່ມທະວີການການຮ່ວມມືກັບ ຫວຽດນາມ ກ່ຽວກັບການຂົນສົ່ງທາງທະເລ, ທ່າກຳປັ່ນ - logistics

Top