• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ກຳ​ນົດ​ວິ​ໄສ​ທັດ​ໃຫ້​ແກ່​ຍຸກ​ສະ​ໄໝ​ພັດ​ທະ​ນາ​ໃໝ່​ຂອງ​ການ​ພົວ​ພັນ ຫວຽດ​ນາມ - ຈີນ”

ຂຶ້ນຕົ້ນບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ຫວນຄືນປະຫວັດສາດມິດຕະພາບອັນໝັ້ນແກ່ນ, ຜົນສຳເລັດໃນການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ຈີນ, ເຊິ່ງການນຳປະຕິວັດລຸ້ນກ່ອນຂອງສອງປະເທດໄດ້ເພີ່ມພູນຄູນສ້າງ, ແລະ ໄດ້ຮັບການຮັກສາຈາກປະຊາຊົນສອງປະເທດ.
ພາບປະກອບ: VNA

ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ (14-15/04) ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ສປ. ຈີນ ສີຈິ້ນຜິງ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີບົດຂຽນເອົາລົງຢູ່ໜັງສືພິມປະຊາຊົນລາຍວັນ (ຈີນ) ເຊິ່ງຢັ້ງຢືນການພົວພັນ ຫວຽດນາມ - ຈີນ ບັນລຸໄດ້ຜົນສຳເລັດຫຼາຍຢ່າງ, ພ້ອມແລ້ວທີ່ຈະກ້າວເຂົ້າສັງກາດພັດທະນາໃໝ່.

ຂຶ້ນຕົ້ນບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ຫວນຄືນປະຫວັດສາດມິດຕະພາບອັນໝັ້ນແກ່ນ, ຜົນສຳເລັດໃນການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ຈີນ, ເຊິ່ງການນຳປະຕິວັດລຸ້ນກ່ອນຂອງສອງປະເທດໄດ້ເພີ່ມພູນຄູນສ້າງ, ແລະ ໄດ້ຮັບການຮັກສາຈາກປະຊາຊົນສອງປະເທດ. ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າການພົວພັນລະຫວ່າງສອງພັກ, ສອງລັດ ພວມມີການພັດທະນາອັນດີງາມໃນບັນດາຂົງເຂດ, ການພົວພັນແລກປ່ຽນປະຊາຊົນນັບມື້ນັບແໜ້ນແຟ້ນ, ສະໜິດສະໜົມ, ສະແດງໃຫ້ເຫັນຂອບຂະໜາດຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກໍ່ຄືປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດເຊິ່ງສອງປະເທດໄດ້ຍົກລະດັບໃນເດືອນທັນວາ 2023.

ເພື່ອແນໃສ່ຊຸກຍູ້ການພົວພັນ ຫວຽດນາມ - ຈີນ ໃນໄລຍະຈະມາເຖິງ ໃນສະພາບການໂລກພວມຢື່ນຢູ່ຕໍ່ໜ້າບັນດາການປ່ຽນແປງໂດຍພື້ນຖານທີີ່ມີລັກສະນະຍຸກສະໄໝ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ສອງປະເທດ ຄວນພ້ອມກັນກຳນົດວິໄສທັດໃຫ້ແກ່ຍຸກສະໄໝພັດທະນາໃໝ່ຂອງການພົວພັນ ຫວຽດນາມ - ຈີນ, ໂດຍອີງໃສ່ 4 ການກຳນົດທິດສຳຄັນລວມມີ: ຮັກສາການແລກປ່ຽນຍຸດທະສາດ, ຍົກລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດ, ສ້າງບັນດາການເຕີບໂຕໃໝ່, ປັບປຸງພື້ນຖານສັງຄົມທີ່ມີຄວາມສະດວກໃຫ້ແກ່ການພົວພັນ ຫວຽດນາມ - ຈີນ ໃຫ້ໝັ້ນແກ່ນກ່ວາອີກ, ຮ່ວມແຮງຮ່ວມໃຈສ້າງສະພາບແວດລ້ອມແຫ່ງສັນຕິພາບ, ຮັກສາສະຖຽນລະພາບໃຫ້ແກ່ສັງກາດໃໝ່, ສັງກາດແຫ່ງການພັດທະນາໃໝ່ຂອງແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1975 – 30 ເມ​ສາ 2026), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໄດ້​ສົ່ງ​ສານ​ອວຍ​ພອນ​ມາ​ຍັງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

Top